US Agency for Global Media

News and Information from Around the World

Active filters Source: Rfa Lao Rss
Clear all
22 Jul 2026, 15:29 GMT By ອຸ່ນແກ້ວ ສຸກສະຫວັນ

ຄົບ 8 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ. ຄົບ 8 ປີ ເຂື່ອນເຊປຽນ-ເຊນ້ອຍນ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ 8 ປີຜ່ານມາ ວຽກງານການຟື້ນຟູຄຸນນະພາບຊີວິດການເປັນຢູ່ຂອງຊາວບ້ານ, ການພັດທະນາໂຄງລ່າງພື້ນຖານຕ່າງໆ ມີຄວາມຊັກຊ້າ ຂາດປະສິດທິພາບ ຫຼາຍໂຄງການພັດທະນາໄປແລ້ວ ບໍ່ໄດ້ມາດຕະຖານ ເຮັດໃຫ້ຊາວບ້ານສ່ວນໃຫຍ່ ບໍ່ໄດ້ຮັບຄວາມສະດວກສະບາຍ ມີແຕ່ທຸກໄປຕື່ມ ແລະມີບໍ່ດອດ 30% ທີ່ສາມາດກຸ້ມຕົວເອງໄດ້ ຊາວບ້ານຜູ້ປະສົບໄພ ເມືອງສະໜາມໄຊ ເວົ້າວ່າ ກ່ອນເຂື່ອນແຕກ ຊາວບ້ານເມືອງສະໜາມໄຊ ມີລາຍໄດ້ປະມານ 20 ລ້ານກີບຕໍ່ຄົນຕໍ່ປີ ຫຼັງເຂື່ອນແຕກຜ່ານມາ 8 ປີແລ້ວ ລາຍໄດ້ຂອງຊາວບ້ານ ຫຼຸດຕ່ຳກວ່າ 20 ລ້ານກີບຕໍ່ຄົນຕໍ່ປີ, ຕາມລາຍງານຂອງແຂວງອັດຕະປື ລະບຸວ່າ ລາຍໄດ້ສະເລ່ຍຕໍ່ຫົວຄົນ ທົ່ວເມືອງສະໜາມໄຊ ບັນລຸປະມານ 20 ລ້ານກີບຕໍ່ຄົນຕໍ່ປີ ເລື່ອງທີ່ດິນທຳການກະເສດ ຖືເປັນຄວາມຫຍຸ້ງຍາກທີ່ສຸດຂອງຊາວບ້ານ ເນື່ອງຈາກ ການຈັດສັນທີ່ດິນໃຫ້ນັ້ນ ບໍ່ມີຄວາມເໝາະສົມ ປູກພືດ-ຜັກ ກະຍາກ ບໍ່ມີແຫຼ່ງນ້ຳພຽງພໍ ແລະຍັງຫ່າງໄກຈາກເຂດບ້ານ ປະມານ 10 ຫຼັກ, ຊາວບ້ານຫຼາຍຄອບຄົວ ປະຖິ້ມເຮືອນຊານຍ້າຍໄປຢູ່ທົ່ງ-ຢູ່ສວນ ເພື່ອຄວາມສະດວກໃນການທຳການກະເສດ. ຊາວບ້ານເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບເຂື່ອນແຕກ ໄດ້ກ່າວວ່າ: “ຫາແນວໃດ ມັນກະຍາກຄູ່ມື້ນີ້ ເງິນກະເຟີຄືຄູມື້ນີ້ ເຮັດຮົ້ວເຮັດສວນ ພໍໄດ້ກິນ ບໍ່ເຖິງ 30 ດອກ ຄົນທີ່ວ່າ ຊິສະບາຍຂຶ້ນ ບໍ່ມີນ່າ ທຸກກວ່າເກົ່າອີກນ່າ ບໍ່ແມ່ນທຸກຄືອເກົ່າ ບ່ອນຫາຢູ່ຫາກິນກະໄກ ໄປ-ມາກະຍາກຂຶ້ນ” ສ່ວນວຽກງານການຊົດເຊຍເງິນ ປະເພດຊັບສິນມີຄ່າ ເກືອບ 700 ຕື້ກີບ ໃຫັກັບຜູ້ໄດ້ຮັບຜົນກະທົບ ກໍຍັງມິດວຽບ ຈະມີຄຳສັ່ງຈາກ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮີບດ່ວນ ເກັບຂໍ້ມູນ ແລະມອບເງິນຊົດເຊຍໃຫ້ໄວທີ່ສຸດ ແຕ່ການປະຕິບັດໂຕຈິງ ພັດຊັກຊ້າ ບໍ່ໄປ-ບໍ່ມາແນວໃດ. ນອກຈາກນີ້ ຍັງເກິດການຮັ່ວໄຫຼຂອງເງິນຊົດເຊຍ ຈຳນວນ 81 ຕື້ກີບ ກໍຍັງຜົນການສືບສວນສອບສວນຢ່າງຈະແຈ້ງ ວ່າເງິນຈຳນວນນັ້ນ ຮັ່ວໄຫຼໄປໄດ້ແນວໃດ ແລະພາກສ່ວນໃດ ເປັນຜູ້ເອົາໄປນຳໃຊ້. ເຫດການ ສັນເຂື່ອນ D ຂອງເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ່ 23 ກໍລະກົດ ປີ 2018 ສ້າງຫາຍະນະມະຫາສານ ແລະຄວາມທຸກໂສກ ມີຜູ້ເສຍຊີວິດ 71 ຄົນບ້ານຖືກນ້ຳໄຫຼຊຸຢ່າງຮຸນແຮງ ກວມເອົາ 18 ບ້ານ ຊາວບ້ານ 13 ພັນຄົນ ບໍ່ມີບ່ອນຢູ່ອາໄສ.

Download metadata bundle
22 Jul 2026, 14:35 GMT By ອຸ່ນແກ້ວ ສຸກສະຫວັນ

ກະຊວງສາທາລະນະສຸກຂອງລາວ ສັ່ງໂຈະໂຮງໝໍ BLL ເພື່ອກວດກາເລື້ອງການຄ້າອະໄວຍະວະມະນຸດທີ່ຜິດກົດໝາຍ.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
22 Jul 2026, 14:35 GMT By ອຸ່ນແກ້ວ ສຸກສະຫວັນ

ກະຊວງສາທາລະນະສຸກຂອງລາວ ສັ່ງໂຈະໂຮງໝໍ BLL ເພື່ອກວດກາເລື່ອງການຄ້າອະໄວຍະວະມະນຸດທີ່ຜິດກົດໝາຍ. ກະຊວງສາທາລະນະສຸກຂອງລາວ ສັ່ງໂຈະໂຮງໝໍ BLL ເພື່ອກວດກາເລື້ອງການຄ້າອະໄວຍະວະມະນຸດທີ່ຜິດກົດໝາຍ. ໃນວັນທີ 21 ກໍລະກົດ 2026, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະ ນະສຸກ ໄດ້ອອກແຈ້ງການສັ່ງໃຫ້ໂຮງໝໍ BLL ໂຈະການປິ່ນປົວ ກໍລະນີຄົນເຈັບໃໝ່ຊົ່ວຄາວ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ທີມງານກວດກາ ລົງກວດກາຊຸກຍູ້ ກວດກາ ເກັບກໍາຂໍ້ມູນ ກ່ຽວກັບການໃຫ້ບໍລິການ ຂອງໂຮງໝໍໄລຍະຜ່ານມາ ທັງນີ້ ກໍເພື່ອຄວາມກະຈ່າງແຈ້ງ, ຍຸຕິທໍາ ໃຫ້ທຸກພາກສ່ວນ ຫຼັງຈາກໄດ້ຜົນການເກັບກໍາຂໍ້ມູນແລ້ວ ຈະແຈ້ງໃຫ້ໂຮງໝໍຕາມພາຍຫຼັງ. ກ່ອນໜ້ານີ້ ມີຜູ້ໃຊ້ສື່ສັງຄົມອອນລາຍ ໄດ້ລົງຂ່າວ ໂດຍ ອ້າງອີງໃສ່ຂໍ້ມູນຂອງສໍາຂ່າວທີ່ຊື່ວ່າ The Reporter ຂອງໃຕ້ໄຫວ ໄດ້ລາຍງານໃນວັນທີ 19 ກໍລະກົດ. ສໍານັກຂ່າວດັ່ງກ່າວ ໄດ້ລາຍງານວ່າ: ມີຄົນປູກຖ່າຍອະໄວຍະວະເສຍຊີວິດຫຼາຍຄົນຢູ່ໃຕ້ຫວັນ. ຕໍ່ມານັກຂ່າວຂອງໃຕ້ຫວັນຄົນດັ່ງກ່າວ ຈຶ່ງມີການສືບຄົ້ນຫາທີ່ໄປທີ່ມາ ແລະ ພົບວ່າ ການປູກຖ່າຍອະໄວຍະວະມີຂຶ້ນຢູ່ໂຮງໝໍ BLL ຢູ່ນະຄອນຫລວງວຽງຈັນ ປະເທດລາວ.

Download metadata bundle
20 Jul 2026, 16:28 GMT By ອຸ່ນແກ້ວ ສຸກສະຫວັນ

ປັດຈຸບັນ ຈີນຄອບຄອງ ຜູ້ຂາດປະເທດລາວຫຼາຍດ້ານ ເຊັ່ນ ບໍ່ແຮ່, ພະລັງງານ, ທ່ອງທ່ຽວ, ກະສິໍກໍາ ໂດຍເອົາດິນສໍາປະທານ, ດ້ານການຄ້າ

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
20 Jul 2026, 16:28 GMT By ອຸ່ນແກ້ວ ສຸກສະຫວັນ

ປັດຈຸບັນ ຈີນຄອບຄອງ ຜູ້ຂາດປະເທດລາວຫຼາຍດ້ານ ເຊັ່ນ ບໍ່ແຮ່, ພະລັງງານ, ທ່ອງທ່ຽວ, ກະສິໍກໍາ ໂດຍເອົາດິນສໍາປະທານ, ດ້ານການຄ້າ, ການຂົນສົ່ງ. ປັດຈຸບັນ ຈີນຄອບຄອງ ຜູ້ຂາດປະເທດລາວຫຼາຍດ້ານ ເຊັ່ນ ບໍ່ແຮ່, ພະລັງງານ, ທ່ອງທ່ຽວ, ກະສິໍກໍາ ໂດຍເອົາດິນສໍາປະທານ, ດ້ານການຄ້າ, ການຂົນສົ່ງ. ມູນຄ່າການຄ້າລາວ-ຈີນ ເພີ່ມຂຶ້ນຈາກ 4 ຕື້ໂດລາສະຫະລັດ ໃນປີ 2021 ເປັນເກືອບ 9 ຕື້ໂດລາສະຫະລັດ ໃນປີ 2025 ແຕ່ຂະນະດຽວກັນ ຜູ້ປະກອບການລາຍຍ່ອຍບາງສ່ວນ ກໍກຳລັງປະເຊີນຄວາມຫຍຸ້ງຍາກໃນການແຂ່ງຂັນ. ສຳລັບການເຂ້າມາລົງທືນໃນຂະແໜ່ງການບໍ່ແຮ່ ແລະ ກະສິໍກໍາ ເຊິ່ງທີ່ດິນ ແລະ ປ່າໄມ້ ຖືກສຳປະທານໄລຍະຍາວ ສົ່ງຜົນກະທົບຕໍ່ຊາວບ້ານ ຊາວບ້ານບາງພື້ນທີ່ ຕ້ອງສູນເສຍທີ່ດິນເຮັດກິນ ຫຼື ເຂົ້າເຖິງຊັບພະຍາກອນໄດ້ຍາກຂຶ້ນ ເເລະໄດ້ຮັບຜົນກະທບທາງສິ່ງເເວດລ້ອມ. ນອກຈາກນັ້ນ ຍັງມີເຂົ້າມາລົງທືນດ້ານພະລັງງານໄຟຟ້າເຂົ້າມາຜູກຂາດໂຄງການສາຍສົ່ງຂອງລັດວິສາຫະກິດໄຟຟ້າລາວ. ທຸລະກິດຮ້ານຂາຍຍ່ອຍ ຮ້ານອາຫານ, ໂຮງເເຮມ ບ້ານພັກ ລວມໄປເຖິງເຂດເສດຖະກິດພິເສດເເລະທຸຮະກິດອີກຫຼາຍປະເພດ ເຂົ້າມາຍາດແຍ່ງຕະຫຼາດພາຍໃນປະເທດລາວ. ຜູ້ປະກອບການທຸລະກິດທ້ອງຖິ່ນທີ່ມີຕົ້ນທຶນໜ້ອຍ ປະເຊີນຄວາມຫຍຸ້ງຍາກຫຼາຍຂຶ້ນ ແທບບໍ່ມີບ່ອນຢືນ ບໍ່ສາມາດແຂ່ງຂັນ ໃນຕະຫຼາດໄດ້.

Download metadata bundle
20 Jul 2026, 14:16 GMT By ອຸ່ນແກ້ວ ສຸກສະຫວັນ

ການສົ່ງແຮ່ດິບອອກໄປຈີນ ທີ່ບໍ່ກົງກັບລາຍເອກະສານແຈ້ງອອກ ແລະ ບໍ່ກົງກັບລາຍຮັບ ທີ່ແຈ້ງໄວ້.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
20 Jul 2026, 14:16 GMT By ອຸ່ນແກ້ວ ສຸກສະຫວັນ

ການສົ່ງແຮ່ທາດ ປະເພດແຮ່ດິບ ທີ່ບໍ່ຜ່ານການປຸງແຕ່ງ ຈາກລາວໄປຈີນ ມີການແຈ້ງລາຍຮັບ ແລະປະລິມານແຮ່ທາດ ບໍ່ກົງກັບຄວາມເປັນຈິງ ເຮັດໃຫ້ປະເທດລາວ ເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມແຜນ ແລະເສຍຜົນປະໂຫຍດຢ່າງມະຫາສານໃນແຕ່ລະປີ. ການສົ່ງແຮ່ດິບໄປຈີນ ທີ່ບໍ່ກົງກັບເອກະສານແຈ້ງອອກ ແລະ ບໍ່ກົງກັບລາຍຮັບທີ່ລາຍງານ. ຕາມລາຍງານຂອງລັດຖະບານລາວ ປີ 2025 ຜ່ານມາ ມູນຄ່າການສົ່ງອອກແຮ່ທາດໄປຈີນ ມີມູນຄ່າປະມານ 1.1 ຫາ 1.3 ຕື້ໂດລາສະຫະລັດ ແຕ່ລັດຖະບານ ບໍ່ໄດ້ເປິດເຜຍຈຳນວນແຮ່ທາດ ທີ່ສົ່ງອອກໄປຈີນແທ້ໆ ວ່າມີເທົ່າໃດແທ້ ແຕ່ຄາດໝາຍ ລາຍຮັບແທ້ຈິງ ອາດສູງເຖິງ 3 ຕື້ໂດລາ. ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ ກ່າວຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 6 ກໍລະກົດ 2026 ນີ້ວ່າ ລັດຖະບານລາວ ຕ້ອງເຂັ້ມງວດໃນການກວດກາ ແລະບໍ່ຄວນອະນຸຍາດໃຫ້ບໍລິສັດ ທີ່ບໍ່ໄດ້ຄຸນນະພາບ ແລະມາດຕະຖານ ເຂົ້າມາລົງທຶນດ້ານແຮ່ທາດໃນລາວ. ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດໄດ້ກ່າວວ່າ: ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ການອະນຸມັດໂຄງການ ຊອກຄົ້ນ ສຳຫຼວດແຮ່ທາດ ຜ່ານມາ ແມ່ນມີຈຳນວນຫຼາຍໂຄງການ ທີ່ອະນຸມັດຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ແຕ່ການເກັບລາຍຮັບງົບປະມານ ຍັງປະຕິບັດໄດ້ບໍ່ສົມຄູ່ ການສົ່ງອອກສ່ວນໃຫຍ່ ເປັນວັດຖຸດິບ ຫຼື ແຮ່ທາດເຂັ້ມຂຸ້ນ ເຮັດໃຫ້ມີຊ່ອງວ່າງ ການແຈ້ງປະເພດແຮ່ ແລະປະລິມານແຮ່ ບໍ່ກົງກັບໂຕຈິງ. ແຮ່ດິບ ປະເພດ ຄຳ ທອງແດງ ແລະເງິນ ຖືເປັນແຮ່ທາດ ທີ່ມີການຂຸດຄົ້ນ ແລະສົ່ງອອກໄປຈີນ ຫຼາຍທີ່ສຸດໃນລາວ ແຕ່ຜ່ານມາ ບໍ່ມີການກວດກາລະອຽດວ່າ ໄດ້ລັກລອບສົ່ງໄປຈີນຫຼາຍ-ນ້ອຍເທົ່າໃດແລ້ວ ແລະມີເຈົ້າໜ້າທີ່ພາກສ່ວນໃດແດ່ ກ່ຽວຂ້ອງກັບຂະບວນການນີ້. ສູນຂ່າວພະລັງງານ ແລະ ບໍ່ແຮ່ ຍອມຮັບວ່າ ລັດຖະບານລາວ ໄດ້ອະນຸມັດໂຄງການລົງທຶນດ້ານແຮ່ທາດທັງໝົດ ເກືອບ 1,000 ໂຄງການ ແຕ່ໂຄງການທີ່ໄດ້ຮັບການຢັ້ງຢືນ ດ້ານຄຸນນະພາບ ແລະ ມາດຕະຖານ ມີພຽງ 93 ໂຄງການເທົ່ານັ້ນ.

Download metadata bundle
13 Jul 2026, 14:29 GMT By ອຸ່ນແກ້ວ ສຸກສະຫວັນ

ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ພົວພັນການຄ້າມະນຸດ.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
13 Jul 2026, 14:29 GMT By ອຸ່ນແກ້ວ ສຸກສະຫວັນ

ປັດຈຸບັນ ຍັງມີຂະບວນການຄ້າມະນຸດ ທີ່ແອບແຝງມາກັບການແຕ່ງດອງກັບຊາວຕ່າງປະເທດ ໂດຍຈະມີນາຍໜ້າຊັກຊວນເເມ່ຍິງລາວ ດ້ວຍຄໍາສັນຍາວ່າຈະມີຊີວິດທີ່ດີ, ໄດ້ເງິນຄ່າດອງສູງ ແຕ່ເບື້ອງຫຼັງ ກັບເປັນການຄ້າມະນຸດເພື່ອສະແຫວງຫາຜົນປະໂຫຍດຈາກເຫຍື່ອ. ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ກ່ຽວກັບຂະບວນການຫຼອກຍິງສາວລາວໄປແຕ່ງດອງກັບຊາວຕ່າງປະເທດ. ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ກ່ຽວກັບຂະບວນການຫຼອກຍິງສາວລາວໄປແຕ່ງດອງກັບຊາວຕ່າງປະເທດແບບຜິດກົດໝາຍ. ກ່ອນໜ້ານີ້ ໄລຍະເດືອນມິຖຸນາ 2025 ເຈົ້າໜ້າທີ່ລາວ ກໍຊ່ວຍເຫຼືອຍິງສາວລາວ ອາຍຸ 21 ປີ ທີ່ຖືກຫຼອກລວງ ໃຫ້ແຕ່ງງານກັບຊາວຕ່າງປະເທດ ນາຍໜ້າໄດ້ຈ່າຍຄ່າດອງ 150 ລ້ານກີບ ແລະ ເມື່ອຜູ້ເສຍຫາຍປ່ຽນໃຈ ເເຕ່ກໍຖືກຂົ່ມຂູ່ໃຫ້ຄືນເງິນ 190 ລ້ານກີບ ພ້ອມຄຳ 2 ບາດ. ເຊິ່ງເຈົ້າໜ້າທີ່ໄດ້ກັກຕົວຜູ້ຕ້ອງສົງໄສໄດ້ 8 ຄົນ ໃນນັ້ນເປັນຄົນຕ່າງປະເທດ 6 ຄົນ. ທີ່ຜ່ານມາວິທຍຸເອເຊຍເສຮີ ໄດ້ເຄີຍລາຍງານວ່າ ມີແມ່ຍິງລາວຫຼາຍຄົນຖືກຕົວະໃຫ້ໄປແຕ່ງດອງກັບຄົນຈີນ ມີຜູ້ເສຍຫາຍຫຼາຍຄົນເຊື່ອວ່າ ຈະໄດ້ຊີວິດໃໝ່ແຕ່ເມື່ອໄປຮອດປາຍທາງ ກັບຖືກຂາຍຕໍ່, ຖືກກັກຂັງ ແລະ ຖືກຂູດຮີດ ໂດຍບໍ່ໄດ້ຮັບສິດ ຫຼື ຄ່າຕອບແທນຕາມສັນຍາໃນການເເຕ່ງດອງ. ສຳລັບ ຄອບຄົວຂອງແມ່ຍິງລາວບາງລາຍ ໄດ້ຮັບເງິນພຽງປະມານ 30,000 ຢວນ ຫຼື ປະມານ 4,150 ໂດລາສະຫະລັດ ຂະນະທີ່ນາຍໜ້າກັບໄດ້ຮັບຜົນປະໂຫຍດສູງເຖິງ 200,000 ຢວນ ຫຼື ປະມານ 27,500 ໂດລາສະຫະລັດ. ໃນໄລຍະປີ 2021-2025 ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ລະບຸວ່າມີຄະດີການເເຕ່ງດອງກັບຊາວຕ່າງຊາດເດ່ນທີ່ສຸດ. ເເລະພົບຄະດີຄ້າມະນຸດ 170 ກວ່າເລື່ອງສາມາດຊ່ວຍເຫຼືອຜູ້ເສຍຫາຍໄດ້ 370 ກວ່າຄົນ ໃນນີ້ເປັນເດັກນ້ອຍອາຍຸຕ່ຳກວ່າ 18 ປີ ຈຳນວນ 250 ກວ່າຄົນ. ບັນຫານີ້ຖືວ່າຍັງນ່າເປັນຫ່ວງຫຼາຍ.

Download metadata bundle
13 Jul 2026, 14:14 GMT By ອຸ່ນແກ້ວ ສຸກສະຫວັນ

ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນທຸກ.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
13 Jul 2026, 14:14 GMT By ອຸ່ນແກ້ວ ສຸກສະຫວັນ

ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2026. ມີຄອບຄົວທຸກຍາກຢູ່ລາວ ເກືອບ 200,000 ຄົນ ແລະ ລັດຖະບານໄດ້ເລື່ອນການປະກາດພົ້ນທຸກອອກໄປ ຈົນຮອດປີ 2030.​ ລັດຖະບານລາວ ບໍ່ສາມາດປະກາດ ຈະອອກຈາກສະຖານະພາບປະເທດດ້ອຍພັັັດທະນາ ມາຕັ້ງແຕ່ປີ 2020 ແຕ່ ກໍມີຂໍ້ອ້າງວ່າ ຍ້ອນການລະບາດຂອງໂຄວິດ-19. ຕໍ່ມາ ລັດຖະບານລາວຈຶ່ງ ເລື່ອນມາປະກາດໃນປີ 2024 ແຕ່ ກໍບໍ່ສາມາດປະກາດໄດ້, ແລະ ລັດຖະບານ ຈຶ່ງເລື່ອນມາ ປີ 2026. ລັດຖະບານລາວ ໄດ້ລາຍງານວ່າ ຍັງມີຄອບຄົວທຸກຍາກ ເກືອບ 2 ແສນຄອບຄົວ ຄິດເປັນເບີເຊັນ ປະມານ 14.% ແລະ ຈະຍົກເອົາບັນຫາ ການຫຼຸດຜ່ອນຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ ໃນປີ 2027 ຫາ 2030 ນີ້. ນັກວິຊາການ ທາງດ້ານເສດຖະກິດລາວ ເຫັນວ່າ ມັນບໍ່ງ່າຍ ທີ່ຈະປະກາດພາຍໃນປີ 2026. ການຫຼຸດຜ່ອນຄວາມທຸກຍາກ ພັດທະນາຊົນນະບົດ ມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກຳ ກັບສ້າງອາຊີບ ມັນມີຫຼາຍປັດຈັຍ ຫຼາຍແນວ ມັນບໍ່ງ່າຍ, GDP ເພິ່ມຂຶ້ນ ສ່ວນຫຼາຍຈະເປັນການລົງທຶນຂະໜາດໃຫຍ່ ແຕ່ມັນບໍ່ສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນປານໃດ ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າ ເປັນໄປໄດ້ຍາກ ທີ່ຈະໃຫ້ປະເທດລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 ນີ້. ສະພາບແວດລ້ອມ ໃນການພັດທະນາຫັ້ນກະ ບໍ່ມີຄວາມຄືບໜ້າ ມັນກະຫຼາຍສາເຫດ ດຽວນີ້ວັດຖຸ ສິ່ງຂອງ ຊິພັດທະນາຫັ້ນບໍ່ມີ ມັນບໍ່ໝັ່ນຄົງ ຜົນການລາຍງານຂອງລັດຖະບານລາວ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ເລື່ອງ ການຫຼຸດຜ່ອນຄວາມທຸກຍາກ ຍັງບໍ່ສອດຄ້ອງ ແລະສວນທາງ ກັບແຜນການພັດທະນາປະເທດ ທີ່ຈະເຮັດໃຫ້ປະເທດລາວ ຫຼຸດອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້

Download metadata bundle
8 Jul 2026, 14:59 GMT By ອຸ່ນແກ້ວ ສຸກສະຫວັນ

ໃນວັນທີ 1 ກໍລະກົດ 2026 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີສໍ້ລາດບັງຫຼວງ 4 ຄະດີ

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
8 Jul 2026, 14:59 GMT By ອຸ່ນແກ້ວ ສຸກສະຫວັນ

ຊາວລາວບາງສ່ວນ ຢາກໃຫ້ພາກລັດສືບສວນ ລົງໂທດ ການສໍ້ລາດບັງຫຼວງອີກຢ່າງຕໍ່ເນື່ອງ ໂດຍສະເພາະ ຜູ້ທີ່ກ່ຽວຂ້ອງໃນການສໍ້ລາດບັງຫຼວງ ລັດວິສາຫະກິດໄຟຟ້າລາວ ທີ່ເຊື່ອວ່າ ບໍ່ເເມ່ນມີ ແຕ່ 5 ຄົນ ທີ່ຖຶກດໍາເນີນຄະດີ ເພາະລັດ ວິສາຫະກິດໄຟຟ້າລາວ ຍັງຕິດໜີ້ສິນປະມານ 4 ພັນ ຕື້ໂດລາສະຫະລັດ. ຜູ້ທີ່ຖືກສານຕັດສິນ ຄະດີສໍ້ລາດບັງຫລວງ ໃນວັນທີ 1 ກໍລະກົດ 2026 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີສໍ້ລາດບັງຫຼວງ 4 ຄະດີ ໂດຍມີຈຳເລີຍລວມ 18 ຄົນ ໃນນີ້ມີຄົນໄທ 1ຄົນ ທັງອະດີດພະນັກງານລັດລະດັບສູງ ແລະ ນັກທຸລະກິດ. ຊາວລາວບາງສ່ວນ ຢາກໃຫ້ພາກລັດສືບສວນ ລົງໂທດ ການສໍ້ລາດບັງຫຼວງເພີ່ມເຕິ່ມຢ່າງຕໍ່ເນື່ອງ ເເລະບໍ່ຄວນເລືອກປະຕິບັດ ໂດຍສະເພາະຜູ້ທີ່ກ່ຽວຂ້ອງກັບ ລັດວິສາຫະກິດໄຟຟ້າລາວ (EDL). ຊາວລາວ ທ່ານ ນຶ່ງ ກ່າວວ່າ: ຄະດີໂຄງການລັດວິສາຫະກິດໄຟຟ້າລາວ ມີຈຳເລີຍ 5 ຄົນ ຄື ທ້າວ ອາພິຊາດ ວັນນະກຸນ (ນັກທຸລະກິດໄທ) ແລະ ອະດີດຜູ້ບໍລິຫານລະດັບສູງ ອີກ 4 ຄົນ ໂດຍມີ ທ້າວ ທອງເພັດ, ທ້າວ ພອນວິໄຊ, ທ້າວ ສາຍສະໜິດ, ທ້າວ ຄຳບົນ ທັງໝົດຖືກຕັດອິດສະຫລະພາບ ຈໍາຄຸກຕະຫລອດຊີວິດ ໃນຂໍ້ຫາສໍ້ໂກງຊັບຂອງລັດ, ສວຍໃຊ້ຖານະຕຳແໜ່ງ, ໃຫ້ ແລະ ຮັບສິນບົນ. ສ່ວນວ່າ ນັກທຸລະກິດໄທ ຕ້ອງໃຊ້ແທນຄ່າເສຍຫາຍລວມກວ່າ 24 ລ້ານໂດລາສະຫະລັດ. ນອກຈາກນັ້ນ ຍັງມີການຕັດສິນໃນອີກ 3 ຄະດີ ຄື ຄະດີສໍ້ລາດບັງຫຼວງຢູ່ກະຊວງການຕ່າງປະເທດ1 ຄົນ, ຄະດີຮັບ-ໃຫ້ສິນບົນ 8 ຄົນ ແລະ ຄະດີສໍ້ໂກງຊັບທະນາຄານສົ່ງເສີມກະສິກຳ 4 ຄົນ ໂດຍມີທັງຜູ້ຖືກຕັດສິນຈຳຄຸກຕະຫຼອດຊີວິດ ແລະ ຈຳຄຸກແຕ່ 2 ຫາ 12 ປີ ພ້ອມມາດຕະການຢຶດຊັບ ແລະ ປັບໃໝຕາມກົດໝາຍ. ອົງການຄວາມໂປ່ງໃສ ສາກົນ ໄດ້ຮາຍງານ ກ່ຽວກັບການສໍ້ລາດບັງຫຼວງໃນປີ 2025 ວ່າ ປະເທດລາວຖືກຈັດອັນດັບ ຍູ່ທີ 109 ຈາກທັງຫມດ 182 ປະເທດ.

Download metadata bundle
7 Jul 2026, 23:32 GMT By ອຸ່ນແກ້ວ ສຸກສະຫວັນ

ໜີ້ສິນສາທາລະນະຂອງ ສປປລາວ ໃນປີ 2026 ຍັງຄົງຢູ່ໃນລະດັບສູງເຖິງປະມານ 14 ຕື້ໂດລາ ອີງຕາມຂໍ້ມູນຈາກສະຖາບັນການເງິນຕ່າງປະເທດ.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
7 Jul 2026, 23:32 GMT By ອຸ່ນແກ້ວ ສຸກສະຫວັນ

ໜີ້ສິນສາທາລະນະຂອງ ສປປລາວ ໃນປີ 2026 ຍັງຄົງຢູ່ໃນລະດັບສູງເຖິງປະມານ 14 ຕື້ໂດລາ ອີງຕາມຂໍ້ມູນຈາກສະຖາບັນການເງິນຕ່າງປະເທດ. ລັດຖະບານລາວຕິດໜີ້ 14 ຕື້ໂດລາ ສະເລ່ຍຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ. ຖ້າຄິດສະເລ່ຍໜີ້ສິນໃນຫົວຄົນພົນລະເມືອງລາວ 7 ລ້ານຄົນ ກໍຄື ຄົນລາວຄົນນຶ່ງຈະຕິດໜີ້ຢູ່ ປະມານ 2,000 ໂດລາ ຄິດເປັນເງິນກີບ ກໍປະມານ 40 ລ້ານກີບ ຕໍ່ຄົນ. ໜີ້ສິນປະເທດລາວ 14 ຕື້ໂດລາ ໃນຂະນະທີ່ GDP ຂອງລາວ ທີ່ເປັນມູນຄ່າລວມຍອດຜະລິດຕະພັນພາບໃນ ຫຼື ລາຍຮັບປະຈໍາປີຂອງລາວ ປະມານ 17 ຕື້ໂດລາ ເຊິ່ງໜີ້ສິນກວມເອົາລາຍຮັບປະມານ 80 ເປີເຊັນ. ການທີ່ປະເທດລາວ ຕິດໜີ້ຫຼາຍເກີນໄປ, ຊ່ຽວຊານດ້ານການເງິນຕ່າງປະເທດ ເຄີຍອອກມາເຕືອນລັດຖະບານລາວ ໃນທໍານອງທີ່ວ່າ ມັນມີຄວາມສ່ຽງ ຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງລາວຫຼາຍ ແລະ ເປັນສິ່ງທ້າທາຍຢ່າງຍິ່ງ. ຂະນະທີ່ລາຍຮັບງົບປະມານແຫ່ງລັດ ອິງຕາມແຜນງົບປະມານ ປີ 2025 ທີ່ຜ່ານມາ ສະເລ່ຍຕໍ່ປະຊາກອນລາວ ແມ່ນຕົກຢູ່ປະມານ 10 ລ້ານປາຍກີບຕໍ່ຄົນເທົ່ານັ້ນ. ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ ພິທີເປີດ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 6 ກໍລະກົດ ວ່າ: ມີພາລະໜີ້ສິນສາທາລະນະ ທີ່ຍັງສູງ ລາຍຮັບງົບປະມານພາຍໃນ ໄດ້ນຳໃຊ້ພຽງແຕ່ຊຳລະດອກເບີ້ຍການກູ້ຍືມ ເຫັນວ່າ ມີທ່າອຽງແຜນງົບປະມານມີຄວາມສ່ຽງ. ຢ່າງໃດກໍຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປິດເຜຍວ່າ: ປີ 2026 ນີ້ ລັດຖະບານລາວ ໄດ້ຂຶ້ນແຜນການຊຳລະໜີ້ສິນ ການລົງທຶນຂອງລັດ ຈຳນວນ 1,773 ຕື້ກີບ ແລະ ແຜນປະຈຳປີ 973 ຕື້ກີບ ສ່ວນຫນີ້ສິນຕ່າງປະເທດ ແມ່ນສາມາດ ຊຳລະໄດ້ຕາມສັນຍາ ອັນພົ້ນເດັ່ນ ເອົາລາຍຮັບຢູ່ພາຍໃນມາຊຳລະໜີ້ສິນ ໄດ້ 111 ລ້ານໂດລ່າສະຫະລັດ. ໃຫ້ກວດເບິ່ງໂຕເລກດີບະອຽດ ແລະ ໃຫ້ໃສ່ໂຕເລກມົນ. ນອກຈາກນີ້ ລັດຖະບານລາວ ຍັງສືບຕໍ່ເຈລະຈາກັບເຈົ້າໜີ້ສອງຝ່າຍລາຍໃຫຍ່ ໂດຍສະເພາະປະເທດຈີນ ເພື່ອຂໍເລື່ອນເວລາຊຳລະໜີ້ກູ້ຍືມ. ທາງດ້ານ ທະນາຄານໂລກ ແລະ IMF ຍັງຄົງຈັດໃຫ້ ສປປ ລາວ ຢູ່ໃນພາວະ ມີຄວາມຫຍຸ້ງຍາກດ້ານໜີ້ສິນ ແລະ ເປັນໜີ້ສິນທີ່ບໍ່ຍືນຍົງ.

Download metadata bundle
2 Jul 2026, 14:04 GMT By ອຸ່ນແກ້ວ ສຸກສະຫວັນ

ປາຕາຍຢູ່ເຂື່ອນນໍ້າອູ 4 ຊາວບ້ານສົງໄສວ່າ ມີບາງຢ່າງປ່ອຍຈາກເຂື່ອນເຮັດໃຫ້ປາຕາຍ.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
2 Jul 2026, 14:04 GMT By ອຸ່ນແກ້ວ ສຸກສະຫວັນ

ຊາວບ້ານຢູ່ເມືອງຂວາ ແຂວງຜົ້ງສາລີ ສົງໄສ ກໍລະນີ ປາຕາຍຈຳນວນຫຼາຍ ບໍລິເວນໜ້າເຂື່ອນ ແລະກ້ອງເຂື່ອນໄຟຟ້ານ້ຳອູ 4 ອາດມີສານເຄມີບາງຢ່າງ ເກິດການຮັ່ວໄຫຼໃສ່ແມ່ນ້ຳ. ປາຕາຍໜ້າເຂື່ອນນໍ້າອູ4 ໃນເດືອນ ມິຖຸນາ 2026 ນອກຈາກນີ້ ພາຍໃນເຂດເມືອງຂວາ ກໍບໍ່ໄດ້ມີໂຮງຈັກ ໂຮງງານຂະໜາດໃຫຍ່ ທີ່ເປັນອັນຕະລາຍ ຫຼື ມີການປ່ອຍນ້ຳເປື້ອນລົງສູ່ແມ່ນ້ຳອູ ຊາວບ້ານຈຶ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ກວດຫາສາເຫດຢ່າງລະອຽດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊາວບ້ານໃນພື້ນທີ່ໃນໄລຍະຍາວ. ຊາວບ້ານ ເມືອງຂວາ ແຂວງຜົ້ງສາລີ: ຫາກໍມີວັນທີ 20 ປາຍນີ້ແຫຼະ ຍ້ານຂະເຈົ້າຢູ່ເຂື່ອນຫັ້ນນ່າເນາະ ຂະເຈົ້າໃສ່ຢາແມ່ນຫຍັງບໍ່ຮູ້ແຫຼະເນາະ, ບໍ່ມີໂຮງງານ ຢູ່ໃນເຂື່ອນນີ້ແຫຼະ ເຂື່ອນຢູ່ເໜືອນີ້ ຂຶ້ນເມືອ 4 ກິໂລແມັດເນາະ ເພິ່ນໃສ່ຢາອີ່ຫຍັງຢູ່ເຂື່ອນນີ້ນ່າ ຕະກ່ອນກະບໍ່ເຄີຍມີແບບນີ້ຫັ້ນນ່າ. ກ່ຽວກັບເລື່ອງນີ້ ພະແນກກະສິກຳ ແລະສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ລົງເກັບໂຕຢ່າງປາຕາຍ ແລະນ້ຳ ເພື່ອໄປກວດຫາສາເຫດ ແຕ່ຍັງບໍ່ມີການສະຫຼຸບຜົນເທື່ອ. ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຜົ້ງສາລີ ກໍຍັ່ງຍືນອີກວ່າ ເບື້ອງຕົ້ນ ບໍ່ພົບເຫັນໂຮງງານໃດໆ ທີ່ເປັນອັນຕະລາຍ ທີ່ຈະເຮັດໃຫ້ສັດນ້ຳຕາຍເປັນຈຳນວນຫຼາຍໄດ້ ມີແຕ່ເຂື່ອນໄຟຟ້ານ້ຳອູ 4 ທີ່ຕັ້ງຢູ່ໃນເຂດດັ່ງກ່າວ. ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຜົ້ງສາລີ ກ່າວວ່າ: ຍັງບໍ່ມີຜົນສະຫຼຸບ ກະບໍ່ແນ່ໃຈວ່າຍ້ອນສາເຫດຫຍັງ ຂະເຈົ້າຫຍັງເອົາໄປວິໄຈເບິ່ງ, ໂຮງງານນີ້ບໍ່ມີແລ້ວ ກະມີແຕ່ເຂື່ອນໄຟຟ້ານີ້. ປາທີ່ຕາຍໃນເຂດເຂື່ອນໄຟຟ້ານ້ຳອູ 4 ສ່ວນຫຼາຍ ຈະແມ່ນ ປາປາກຫົວນ້ອຍ, ປາປາກຫົວໃຫ່ຍ, ປາໂຈກ, ປາອີໄທ, ປາຄໍ່, ປາສະໂຖ ແລະ ກຸ້ງ ຟູຂຶ້ນມາເທິງໜ້ານໍ້າເປັນຈໍານວນຫຼາຍ. ພາຍຫຼັງເກີດເຫດປາຕາຍຈຳນວນຫຼາຍ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຂວາ ກໍໄດ້ປະກາດ ແຈ້ງເຕືອນປະຊາຊົນຢ່າງຮີບດ່ວນ ກ່ຽວກັບ ການຫ້າມບໍລິໂພກ ປາ, ປູ, ກຸ້ງ, ຫອຍ ຕາມກ້ອງເຂື່ອນນ້ຳອູ 4 ລົງຮອດບ້ານສົບອັດ ເມືອງຂວາ ແຂວງຜົ້ງສາລີ ຈົນກວ່າຈະມີປະກາດຍົກເລີກ.

Download metadata bundle
1 Jul 2026, 12:07 GMT By ອຸ່ນແກ້ວ ສຸກສະຫວັນ

ແຮງງານລາວສ່ວນໃຫຍ່ໄປເຮັດວຽກຢູ່ໄທ ຍ້ອນເງິນເດືອນດີ ສ່ວນແຮງງານຕ່າງດ້າວເຂົ້າມາລາວ.

Download original video Download metadata bundle
Video
Credit: ອຸ່ນແກ້ວ ສຸກສະຫວັນ
1 Jul 2026, 12:07 GMT By ອຸ່ນແກ້ວ ສຸກສະຫວັນ

ປັດຈຸບັນ ລາວຍັງປະເຊີນກັບ ບັນຫາຂາດແຄນແຮງງານ ຍ້ອນຄ່າແຮງງານຕ່ຳ ບໍ່ສອດຄ່ອງກັບຄ່າຄອງຊີບ . ຂະນະດຽວກັນ ກໍມີແຮງງານຈາກ ບັງກະລາເດສ , ມຽນມາ ແລະ ອິນເດຍ ເຂົ້າມາເຮັດວຽກໃນລາວເພີ່ມຂຶ້ນ ໂດຍສ່ວນໜຶ່ງເຂົ້າມາແບບຜິດກົດໝາຍ. ລາວຂາດແຄນແຮງງານ ຍ້ອນແຮງງານສ່ວນໃຫຍ່ ໄປເຮັດວຽກຢູ່ໄທ ຫຼາຍຫົວໜ່ວຍທຸຮະກິດໃນລາວ ທີ່ມີປະມານ 2,600 ຫົວຫນ່ວຍຍັງຂາດແຄນແຮງງານຈຳນວນຫລາຍ ເຊັ່ນ. ບໍລິສັດເຄື່ອງນຸ່ງເເຫ່ງຫນຶ່ງ ຢູ່ເຂດເສດຖະກິດພິເສດ ທີ່ຍັງຕ້ອງການຄົນງານອີກປະມານ 5,000 ຄົນ ໃນຂະນະທີ່ໂຮງງານ ມີຄົນງານ ພຽງ 1,000 ຄົນ. ຂະນະທີ່ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານຫນຶ່ງ ໄດ້ກ່າວວ່າ: ສາເຫດທີ່ເເຮງງານລາວ ບໍ່ອຍາກເຮັດວຽກໃນປະເທດ ຍ້ອນວ່າ ຄ່າແຮງງານໃນລາວຕ່ຳ. ອີງຕາມ ສະຖິຕິຂອງກະຊວງແຮງງານໄທ ໃນປີ 2025 ລະບຸວ່າ ມີແຮງງານລາວ ເຮັດວຽກຢູ່ໄທປະມານ 302,000 ຄົນ ໃນນັ້ນ ມີແຮງງານ ຜິດກົດໝາຍ ເກືອບ 30,000 ຄົນ. ໃນວັນທີ 23-24 ມິຖຸນາ 2026 ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຕໍ່ກອງປະຊຸມ ວ່າ ລາວຍັງມີບັນຫາຂາດເເຄນເເຮງງານ ຜ່ານມາຈຶ່ງມີແຮງງານຈາກ ບັງກະລາເດສ, ມຽນມາ ແລະ ອິນເດຍ ເຂົ້າມາເຮັດວຽກໃນລາວເພີ່ມຂຶ້ນ ເພື່ອທົດແທນແຮງງານລາວ ທີ່ຂາດແຄນ ສ່ວນໃຫຍ່ເຮັດວຽກກໍ່ສ້າງ, ວຽກສ້ອມແປງ. ແຕ່ ໃນປີ 2024 ທາງການກວດພົບແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນລາວ ຜິດກົດໝາຍປະມານ 10,700 ຄົນ ໃນນີ້ຖຶກກດຫມາຍປະມານ 5,100 ຄົນ. ຢ່າງໃດກໍຕາມ ທ່ານ ພົງໄຊສັກ ອິນຖາລາດ ຍັງ ລາຍງານວ່າ ໃນໄລຍະປີ 2021-2025 ມີແຮງງານ ໄດ້ກວດສຸຂະພາບພຽງ 62,900 ຄົນເທົ່ານັ້ນ ຊຶ່ງຍັງເປັນສັດສ່ວນໜ້ອຍ ເມື່ອທຽບກັບຈຳນວນແຮງງານທົ່ວປະເທດ.

Download metadata bundle