ເຈົ້າໜ້າທີ່ສາທາ ຊີ້ແຈງຜົນກວດເບື້ອງຕົ້ນ ບໍ່ມີສານພິດໃນໂຮງງານນໍ້າດື່ມ.
Select a language and narrator voice before playback.
ເຈົ້າໜ້າທີ່ສາທາ ຊີ້ແຈງຜົນກວດເບື້ອງຕົ້ນ ບໍ່ມີສານພິດໃນໂຮງງານນໍ້າດື່ມ.
ຜ່ານມາ 24 ມື້ແລ້ວ ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຍັງບໍ່ສະຫຼຸບສາເຫດແທ້ຈິງ ກໍລະນີ ມີຄົນເສຍຊີວິດ 2 ຄົນ ເມື່ອວັນທີ່ 3 ມິຖຸນາ 2026 ຍ້ອນດື່ມນ້ຳ ຈາກໂຮງງານນ້ຳດື່ມແສງສະອາດ ບ້ານນໍ້າແພດ ເມືອງໝື່ນ ແຂວງວຽງຈັນ. ເຈົ້າໜ້າທີ່ຍັງຈະກວດນໍ້າອີກຫຼາຍຄັ້ງ ເຖິງວ່າ ຈະບໍ່ມີສານປົນເປື້ອນ ຈາກຜົນກວດເບື້ອງຕົ້ນກໍຕາມ. ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການສືບສວນ ແລະ ກວດສອບຢ່າງລະອຽດ ໂດຍຍັງບໍ່ໄດ້ສະຫຼຸບວ່າ ສາເຫດການເສຍຊີວິດມາຈາກນ້ຳດື່ມໂດຍກົງ ຫຼື ມີປັດໄຈອື່ນຮ່ວມນຳ. ຍັງຕ້ອງລໍຖ້າຜົນການກວດພິສູດຈາກຫ້ອງວິທະຍາສາດ ແລະ ການຊັນສູດສົບ ຊຶ່ງຈະເປັນຂໍ້ມູນສຳຄັນໃນການຢືນຢັນຂໍ້ເທັດຈິງ. ເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ປັດຈຸບັນນີ້ ຜົນກວດກະຖືອອກມາແລ້ວ ແຕ່ວ່າ ພວກເຮົາມີການກວດຍືນຍັນຂອງຫຼາຍຫ້ອງແລັບ ນ້ຳແທ້ມັນກະບໍ່ຕາຍ ບາດແຕ່ເຮົາໄປກວດຢູ່ຫັ້ນ ມັນກະບໍ່ຕາຍ ບໍ່ເປັນຫຍັງ ເອີ… ມັນນ້ຳກະຈາຍອອກໄປເປັນ 100, 200 ຕຸກເນາະ ແຕ່ວ່າມັນເປັນຫຍັງ ມັນໄປຕາຍຢູ່ຕົງນັ້ນ ມັນກະແມ້ນສາເຫດຂອງມັນ. ທາງດ້ານ ເຈົ້າຂອງໂຮງງານນ້ຳດື່ມແສງສະອາດ ໄດ້ຍັ່ງຍືນກັບເອເຊຍເສລີວ່າ ໂຮງງານນ້ຳດື່ມ ເປັນທຸລະກິດຄອບຄົວ ຫາກໍເປິດໄດ້ປະມານ 1 ປີປາຍ ບໍ່ມີພະນັງງານຮັບຈ້າງ ທຸກຂັ້ນຕອນດຳເນີນການດ້ວຍໂຕເອງ ຫມັ້ນໃຈໃນຄວາມສະອາດ ແລະມາດຕະຖານ ເພາະທີ່ຜ່ານມາ ລູກຄ້າໃນພື້ນທີ່ ກໍສັ່ງນ້ຳດື່ມຈາກໂຮງງານນັບມື້ເພິ່ມຂຶ້ນ ບໍ່ໄດ້ເກິດກໍລະນີເສຍຊີວິດ ຫຼື ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ດື່ມນ້ຳ. ພ້ອມກັນນັ້ນ ທາງໂຮງງານນ້ຳດື່ມ ກໍຍັງຮຽກຮ້ອງໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ສືບສວນ-ສອບສວນ ຫາຂໍ້ເທັດຈິງຢ່າງເປັນທຳກັບທຸກຝ່າຍ ແລະເປິດເຜີຍຜົນການສືບສວນ-ສອບສວນ ຕໍ່ສັງຄົມຮັບຮູ້ ເພື່ອຄວາມກະຈ່າງແຈ້ງ. ເຈົ້າຂອງໂຮງງານນ້ຳດື່ມແສງສະອາດ ກ່າວວ່າ: ເຂົາກະມາກວດມເບິ່ງ ແລ້ວກະເອົານ້ຳໄປ ແຕ່ວ່າກະຍັງອັນ ມີຜົນການວິໄຈນ້ຳເທື່ອ ຍັງບໍ່ທັນໄດ້ສະຫຼຸບວ່າ ຢາພິດ ມັນເປັນຢາຫຍັງ ແລ້ວກະມັນມາແຕ່ໃສ ເກິດຈາກຫຍັງ, ເຮົາກະເຮັດເອງ ເຮົາກະລ້າງເອງ ເຮົາບໍ່ໄດ້ມີພະນັກງານ ເຮົາລ້າງເອງໝົດທຸກຢ່າງ ແລ້ວເຮົາກະກວດເຊັກໝົກທຸກຢ່າງ ເຮົາກະໝັ່ນໃຈວ່າຄວາມສະອາດຂອງເຮົາມີພຽງພໍຢູ່ແລ້ວ. ພາຍຫຼັງເກິດເຫດ ເຈົ້າໜ້າທີ່ ປກສ. ແຂວງວຽງຈັນ ກໍໄດ້ກັກຕົວ ທ້າວ ວິລະສິນ ໂຄດໜໍ່ຄຳ ແລະ ທ້າວ ສັນຕິ ໂຄດໜໍ່ຄຳ ເຈົ້າຂອງໂຮງງານນໍ້າດື່ມ ແລະ ກຳລັງສຸມໃສ່ການສືບສວນ - ສອບສວນ ຊອກຫາຂໍ້ມູນຫຼັກຖານການເສຍຊີວິດ ເພື່ອນຳຕົວຜູ້ກະທຳຜິດມານຳດຳເນີນຄະດີຕາມກົດໝາຍ.
ລັດຖະບານລາວ ສັ່ງໃຫ້ກວດກາເຂື່ອນໄຟຟ້າທັ່ວປະເທດ ກວ່າ 300 ແຫ່ງ ໂດຍສະເພາະເຂື່ອນຂະໜາດນ້ອຍ ທີ່ຂັ້ນແຂວງເປັນຜູ້ອະນຸມັດ
ລັດຖະບານລາວ ສັ່ງໃຫ້ກວດກາເຂື່ອນໄຟຟ້າທັ່ວປະເທດ ກວ່າ 300 ແຫ່ງ ໂດຍສະເພາະເຂື່ອນຂະໜາດນ້ອຍ ທີ່ຂັ້ນແຂວງເປັນຜູ້ອະນຸມັດ ເພື່ອປ້ອງກັນ ແລະກຽມພ້ອມຮັບມືເຫດສຸກເສີນ ທີ່ອາດຈະຂຶ້ນໄດ້ທຸກເມື່ອ. ໄລຍະຜ່ານມາ ການປ່ອຍນ້ຳອອກຈາກເຂື່ອນໄຟຟ້າແຕ່ລະແຫ່ງ ມັກຈະປ່ອຍນ້ຳ ໂດຍບໍ່ມີການແຈ້ງເຕືອນປະຊາຊົນ ແລະສ້າງຄວາມເສີຍຫາຍມະຫາສານແກ່ຊັບສິນຂອງປະຊາຊົນ ຊຶ່ງຄວາມເສີຍຫາຍທີ່ເກີດນັ້ນ ທາງໂຄງການເຂື່ອນໄຟຟ້າ ກໍບໍ່ສະແດງຄວາມຮັບຜິດຊອບຄ່າເສີຍຫາຍແຕ່ຢ່າງໃດ. ປະຊາຊົນລາວ ເມືອງສະໜາມໄຊ ແຂວງອັດຕະປື ແນະນຳໃຫ້ໂຄງການຫັ້ນ ລາຍງານເປັນປະຈຳ ນ້ຳຂຶ້ນທໍໃດ ລົງທໍໃດ ມັນຫຼາຍສ່ຳໃດ ປ່ອຍຖິ່ມສ່ຳໃດ ບໍ່ໃຫ້ມັນມີຜົນກະທົບ ບົດຮຽນມັນສັ່ນສອນໃຫ້ເຮົາ ຕ້ອງໄດ້ປ້ອງກັນກ່ອນ. ມາດຕະຖານຄວາມປອດໄພຂອງເຂື່ອນໄຟຟ້າໃນປະເທດລາວ ຖືວ່າ ຍັງສ້າງບໍ່ໄດ້ຕາມມາດະຖານສາກົນ ເພາະບໍ່ມີການປະເມີນ ເລື່ອງຄວາມປອຍໄພຂອງເຂື່ອນ ແລະລາຍງານການກວດສອບດ້ານເຕັກນິກ ເຮັດໃຫ້ເຂື່ອນໄຟຟ້າຫຼາຍແຫ່ງ ມີຄວາມສ່ຽງສູງ ທີ່ຈະເກີດເຫດການຮຸນແຮງຂຶ້ນ ເປັນຕົ້ນ ເຂື່ອນແຕກ, ຮອຍແຕກ-ຮອຍຮັ່ວ ແລະໂຄງສ້າງຂອງເຂື່ອນເກີດການຍຸບໂຕ. ເຈົ້າໜ້າທີ່ກະຊວງພະລັງງານແລະບໍ່ແຮ່ ກ່າວວ່າ: ລັດຖະມົນຕີ ເພິ່ນກະຊີ້ນຳ ເພິ່ນໃຫ້ເຂັ້ມງວດ ທາງກົມເພິ່ນກໍຈະມີຫຼາຍຂະແໜງການເນາະ ເຂົາເຈົ້າກໍຂະຊີ້ນຳ ຈະເຮັດໜັງສືແຈ້ງກ່ອນລະດູຝົນ ຖ້າຫາກມີຝົນຕົກໜັກ ຫຼື ມີການປ່ອຍນ້ຳ ກໍຈະແຈ້ງມາກະຊວງ ເປິດປະຕູ ເປິດ Spillway ເບາະ ເຈົ້າຕ້ອງແຈ້ງກ່ອນພາຍໃນ 7 ມື້ເນາະ. ຕາມການແຈ້ງການ, ເຂື່ອນໄຟຟ້າທຸກແຫ່ງໃນລາວ ຕ້ອງໄດ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ດັງນີ້: ກວດກາຮອບດ້ານໂຄງສ້າງ, ປະຕູນໍ້າ, ລະບົບໄຟ ໃຫ້ຢູ່ໃນສະພາບພ້ອມໃຊ້ງານໃນທຸກສະພາບການ, ຕ້ອງເຜີຍແຜ່ແຜນຮັບມື ແລະ ຝືກຊ້ອມແຜນຮັບມື ໃນກໍລະນີເກີດເຫດສຸກເສີນ, ມີການປະສານງານ ແລະ ແຈ້ງເຕືອນລ່ວງໜ້າ, ຕ້ອງມີການບໍລິຫານຈັດການນໍ້າໃນອ່າງ ກ່ອນເຂົ້າຝົນນໍ້າໃນອ່າງຂອງເຂື່ອນໄຟຟ້າຕ້ອງຢູ່ໃນລະດັບຕໍ່າ ເພື່ອຮອງຮັບປະລິມານນໍ້າຝົນທີ່ຈະຕົກລົງມາໃນຊ່ວງລະດູຝົນ, ກໍລະນີເຂື່ອນໄຟຟ້າມີການປ່ອຍນໍ້າຜ່ານປະຕູລະບາຍນໍ້າ ເຂື່ອນຕ້ອງໄດ້ມີແຜນລະອຽດໃນການປ່ອຍນ້ໍາ ແລ້ວແຈ້ງລ່ວງໜ້າຢ່າງນ້ອຍ 7 ມື້. ພ້ອມທັງປະສານສົມທົບກັບພາກລັດທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ໃນເຂດຄວາມສ່ຽງຮັບຊາບ ແລະ ເຂົ້າໃຈຢ່າງລະອຽດ.
ມີປະມານ 70,000 ຄະດີ ທີ່ສານຍັງບໍ່ທັນໄດ້ຕັດສິນ ສ່ວນປະຊາຊົນ ກໍບໍ່ມີິຄວາມເຊື່ອໝັ້ນຕໍ່ລະບົບຂະບວນການຍຸຕິທໍາລາວ. ນັກກົດໝາຍ
ປະເທດລາວ ມີປະມານ 70,000 ຄະດີ ທີ່ສານຍັງບໍ່ທັນໄດ້ຕັດສິນ ສ່ວນປະຊາຊົນ ກໍບໍ່ມີິຄວາມເຊື່ອໝັ້ນຕໍ່ລະບົບຂະບວນການຍຸຕິທໍາລາວ. ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ. ນັກກົດໝາຍ ທ່ານ ໄດ້ກ່າວຕໍ່ເອເຊັຽເສລີລວ່າ: ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ. ເຈົ້າໜ້າທີ່ສານ ມັກຈະເກັບສໍານວນຄະດີໃສ່ລິ້ນຊັກເອົາໄວ້ ເຮັດໃຫ້ຄະດີແກ່ຍາວ ເພື່ີອໃຫ້ໂຈດ ຫຼື ຈໍາເລີຍ ມາຈ່າຍເງິນໃຫ້ ແລ້ວ ກໍມີການອຸທອນຕໍ່ໆກັນໄປ ເຮັດໃຫ້ຄະດີແກ່ຍາວ ຊຶ່ງບາງກໍລະນີ ຄູ່ກໍລະນີ ຈົນເສຍຊີວິດໄປ ກໍມີ ອີງຕາມຂໍ້ມູນຈາກນັກກົດໝາຍທ່ານນີ້. ຜູ້ຖືກໂທດປະຫານຊີວິດຄະດີຄ້າຢາເສບຕິດ ຖືກກັກຂັງຢູ່ປະມານ 10-15 ປີ ແລ້ວ ກໍຖືກປ່ອຍໂຕອອກ ຫຼັງຈາກທີ່ເຫດການມິດມຽບໄປ. ເອເຊັຍເສລີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ທາງການລາວທ່ານນຶ່ງ ເພືຶ່ອຖາມຄໍາເຫັນກ່ຽວກັບເລື່ອງນີ້, ແຕ່ ເຈົ້າໜ້າທີ່ທ່ານນີ້ ບໍ່ໄດ້ຕອບໂດຍກົງ ທ່ານ ແນະນໍາໃຫ້ໄປເບິ່ງ ເອກະສານບົດລາຍງານຂອງລັດຖະບານລາວໄປສະເຫນີຕໍ່ສະພາສິດທິມະນຸດ ສປຊ ໃນປີ 2024 ແລະ 2025 ( ເວັບໄຊທາງການຂອງ UN Human Rights Concil and Treaty Bodies ) ຈະໄດ້ຂໍ້ມູນທັງຫມົດທີ່ຊອກຫາກ່ຽວກັບການປະຕິບັດສິດທິມະນຸດ ແລະ ກົດຫມາຍຢູ່ລາວ. ປະຊາຊົນລາວ ສ່ວນຫຼາຍບໍ່ມີຄວາມເຊື່ອໝັ້ນ ຕໍ່ລະບົບຍຸຕິທໍາຂອງລາວ ຍ້ອນວ່າ ໃນເວລາໄປເຈົ້າໜ້າທີ່ສານ ເຂົາເຈົ້າຕ້ອງໄດ້ເສັຍເງິນກ່ອນ ເຈົ້າໜ້າທີ່ສານຈຶ່ງດໍາເນີນການໃຫ້.