US Agency for Global Media

News and Information from Around the World

Clear all
31 Aug 2026, 16:25 GMT By ອຸ່ນແກ້ວ ສຸກສະຫວັນ

ສະໜາມບິນແຂວງອັດຕະປືມູນຄ່າ 36 ລ້ານ ໂດລາ ຖືກປະຮ້າງໄວ້ຫຼາຍປີ ກາຍເປັນບ່ອນລ້ຽງງົວຂອງຊາວບ້ານ. ສະໜາມບິນແຫ່ງນີ້ ໄດ້ປິດໂຕລົງຢ່າງເປັນທາງການໃນປີ 2017 ຫຼັງຈາກເປີດນຳໃຊ້ໄດ້ພຽງແຕ່ປະມານ 1 ປີປາຍ ສະໜາມບິນແຫ່ງນີ້ ໄດ້ປິດໂຕລົງຢ່າງເປັນທາງການໃນປີ 2017 ຫຼັງຈາກເປີດນຳໃຊ້ໄດ້ພຽງແຕ່ປະມານ 1 ປີປາຍ ກໍບໍ່ສາມາດດໍາເນີນການໄດ້ ຍ້ອນວ່າ ບໍ່ມີຜູ້ໂດຍສານ. ປີ 2022 ລັດຖະບານລາວ ໄດ້ຕັດສິນໃຈໂອນກິດຈະການສະໜາມບິນອັດຕະປື ໃຫ້ໄປຢູ່ພາຍໃຕ້ການຄຸ້ມຄອງຂອງກອງທັບອາກາດ ເພື່ອໃຊ້ໃນພາລະກິດດ້ານຄວາມໝັ້ນຄົງ ແລະ ການທະຫານ ແຕ່ ສຸດທ້າຍ ກໍບໍ່ໄດ້ນຳໃຊ້ປະໂຫຍດຫຍັງ ແລະປະຖຶ້ມຈົນມາຮອດປັດຈຸບັນນີ້. ເຈົ້າໜ້າທີ່ແຂວງອັດຕະປື ເປິດເຜີຍວ່າ ສະໜາມບິນແຫ່ງນີ້ ຖືເປັນອີກໜຶ່ງໂຄງການຂະໜາດໃຫຍ່ ທີ່ເກິດຄວາມລົ້ມແຫຼວທີ່ສຸດຂອງແຂວງອັດຕະປື: “ຄືປັດຈຸບັນນີ້ກະ ເປິດແລ້ວມັນກະປິດເນາະ ຄວາມໝາຍວ່າ ບໍ່ມີຜູ້ຊົມໃຊ້ເວົ້າງ່າຍໆ ມູນຄ່າການລົງທຶນມະຫາສານເລີຍແຫຼະ ແຕ່ວ່າ ບໍ່ທັນໄດ້ຊົມໃຊ້ເທື່ອນ່າ." ສະໜາມບິນແຫ່ງນີ້ ສ້າງຂຶ້ນດ້ວຍທຶນກູ້ຢືມ ປະມານ 36 ລ້ານໂດລາສະຫະລັດ ຈາກບໍລິສັດ Hoang Anh Gia Lai ຂອງຫວຽດນາມ ເຊິ່ງເປັນກຸ່ມທຶນທີ່ເຂົ້າມາລົງທຶນປູກຢາງພາລາ ແລະ ລ້ຽງງົວໃນແຂວງອັດຕະປື. ແຫຼ່ງຂ່່າວຢູ່ແຂວງອັດຕະປື ທ່ານນຶ່ງ ເຄີຍກ່າວວ່າ ໃນເບື້ອງຕົ້ນ ການສ້າງສະໜາມບິນດັ່ງກ່າວ ມີຈຸດປະສົງເພື່ອໃຫ້ເຮືອບິນສ່ວນໂຕປະທານບໍລິສັດ Hoang Anh Gia Lai ມາເຮັດວຽກຢູ່ແຂວງອັດຕະປື ແລະ ໃຫ້ສາຍການບິນລາວ ເປີດບໍລິການຜູ້ໂດຍສານໄປນໍາ, ແຕ່ ບໍ່ມີຜູ້ໂດຍສານໃຊ້ບໍລິການພຽງພໍ ສະນັ້ນ ຈຶ່ງປິດດໍາເນີນການໄປ. ນອກຈາກນີ້, ຍັງມີສະໜາມບິນໜອງຄ້າງ ແຂວງຫົວພັນ ທີ່ລັດຖະບານລາວ ໄດ້ກູ້ຢືມເງິນມາລົງທຶນຈາກ ບໍລິສັດ Hoang Anh Gia Lai ຂອງຫວຽດນາມ ມູນຄ່າ 82 ລ້ານໂດລາ ແລະໄດ້ເປີດນຳໃຊ້ຢ່າງເປັນທາງການໃນປີ 2023 ຜ່ານມາ. ປັດຈຸບັນ ສະໜາມບິນໜອງຄ້າງ ກໍປະເຊິນກັບແຮງກົດດັນ ເລື່ອງ ພາລະໜີ້ສິນຂອງລັດຖະບານ ເນື່ອງຈາກແຂວງຫົວພັນ ມີປະຊາກອນບໍ່ໜາແໜ້ນ ແລະ ຫ່າງໄກ, ຈຳນວນຖ້ຽວບິນ ແລະ ຜູ້ໂດຍສານໃນປະຈຸບັນຍັງມີໜ້ອຍ.

Download metadata bundle
22 Aug 2026, 23:01 GMT By ອຸ່ນແກ້ວ ສຸກສະຫວັນ

ເຂດເສດຖະກິດພິເສດ ບາງແຫ່ງ ໃນປະເທດລາວ ໄດ້ສ້າງວຽກເຮັດງານທຳປະຊາຊົນທ້ອງຖິ່ນ, ຍົກລະດັບສີມືແຮງງານ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະຊ່ວຍຊຸກຍູ້ການຄ້າ ແລະສົ່ງອອກ ຕາມນະໂຍບາຍຂອງລັດຖະບານ. ແຕ່ໃນຂະນະດຽວກັນ ເຂດເສດຖະກິດພິເສດບາງແຫ່ງ ທີ່ຈີນລົງທຶນນັ້ນ ກໍໄດ້ກາຍເປັນແຫຼ່ງຊ້ອງສຸມອາດຊະຍາກຳຕ່າງໆ ແກ້ງສະແກມເມີ, ການຄ້າມະນຸດ, ການຟອກເງິນ ແລະ ທຸລະກິດສີເທົາອື່ນໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊື່ສຽງ ແລະ ພາບລັກຂອງປະເທດລາວ ຢ່າງຮ້າຍແຮງໃນສາຍຕາປະຊາຄົມໂລກ. ກ່ຽວກັບເລື່ອງນີ້ ນັກວິຊາການດ້ານສັງຄົມ ຈາກມະຫາວິທະຍາໄລແຫ່ງຊາດລາວ ເວົ້າ ວ່າ ລັດຖະບານລາວ ບໍ່ສາມາດປາບປາມຄົນຈີນເທົາອອກຈາກປະເທດລາວ ໄດ້ໝົດທຸກ ຄົນດ້ວຍຂໍ້ຈຳກັດຫຼາຍດ້ານ: “ຈີນຫັ້ນ ເຮົາຊິເຮັດຈັ່ງໃດກະເຮັດ ຂະເໜມໃຫ້ 2 ສັນຊາດນີ້ ມັນຢູ່ນຳກັນໄດ້ໃນພື້ນທີ່ ຖ້າເຂົາອົບພະຍົບມາ ກົດໝາຍຂອງເຮົາ ມັນຕ້ອງແໜ້ນ ເຮົາຫຼີກລ້ຽງບໍ່ໄດ້ເດ້ ເຮົາມີ ແຕ່ຫຼຸດຜ່ອນຜົນກະທົບ ໃຫ້ມັນນ້ອຍລົງ ເທົ່າທີ່ຈະນ້ອຍໄດ້ຫັ້ນນ່າ" ເຂດເສດຖະກິດພິເສດ ທີ່ຈີນລົງທຶນໃນປະເທດລາວ ແບບ 100% ປະກອບມີ ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ, ເຂດພັດທະນາກວມ ລວມໄຊເຊດຖາ, ເຂດເສດຖະກິດສະເພາະບຶງທາດຫຼວງ ນະຄອນຫຼວງວຽງຈັນ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ. ອີງຕາມຂໍ້ມູນຫຼ້າສຸດ ກະຊວງແຜນການ ແລະ ການລົງທຶນ ລະບຸວ່າ ຈີນ ຄື ຜູ້ລົງທຶນໃນລາວເປັນອັນດັບ 1 ມີມູນຄ່າການລົງທຶນສະສົມຂອງຈີນໃນລາວ ສູງເຖິງ 18 ພັນລ້ານໂດລາສະຫະລັດ ເຊິ່ງລັດຖະບານລາວ ກໍຍັງພະຍາຍາມ ທີ່ຈະດຶງດູດຈີນ ໃຫ້ເຂົ້າມາລົງທຶນໃນລາວເພິ່ມຂຶ້ນເລື່ອຍໆ. ຂະນະທີ່ບໍລິສັດຕ່າງປະເທດ ທີ່ມີມາດຕະຖານໃນລະດັບສາກົນ ພັດບໍ່ມາລົງທຶນໃນເຂດເສດຖະກິດພິເສດຕ່າງໆ ຍ້ອນ ກັງວົນດ້ານຄວາມໝັ້ນຄົງ, ຂາດຄວາມນ່າເຊື່ອຖືໃນລະດັບສາກົນ, ການບັງຄັບໃຊ້ກົດໝາຍຂອງລັດຖະບານບໍ່ເຂັ້ມງວດ ອາດເຮັດໃຫ້ບໍລິສັດ ມີຄວາມສ່ຽງໃນການດຳເນີນທຸລະກິດ.

Download metadata bundle
17 Aug 2026, 17:20 GMT By ອຸ່ນແກ້ວ ສຸກສະຫວັນ

ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ. ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ. ປະຊາຊົນໃນນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊຍເສລີວ່າ ຄ່າໄຟຟ້າແຕ່ລະເດືອນປັບສູງຂຶ້ນຫຼາຍ ແຕ່ກ່ອນເຄີຍຈ່າຍຄ່າໄຟບໍ່ເກີນ 2 ແສນກີບຕໍ່ເດືອນ ແຕ່ເດືອນຫຼ້າສຸດ ຕ້ອງຈ່າຍເກືອບ 6 ແສນກີບ ແລະບໍ່ໄດ້ໃຊ້ໄຟຫຼາຍ ພ້ອມທັງຮຽກຮ້ອງໃຫ້ພາກລັດພິຈາລະນາຫຼຸດອັດຕາຄ່າໄຟຟ້າລົງ. ກ່ອນໜ້ານີ້ ວັນທີ 6 ສິງຫາ 2026 ກໍ່ມີປະຊາຊົນໂພສຜ່ານເຟສບຸກວ່າ ຄ່າໄຟຂອງສວນນ້ຳແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ເພີ່ມຈາກກວ່າ 8 ລ້ານກີບໃນເດືອນພຶດສະພາ ເປັນກວ່າ 9 ລ້ານກີບໃນເດືອນມິຖຸນາ ແລະພຸ່ງເຖິງກວ່າ 31 ລ້ານກີບໃນເດືອນກໍລະກົດ. ເເລະຍັງມີອີກຫຼາຍຄົນ ທີ່ຈົ່ມເຖິງບັນຫາຄ່າໄຟຟ້າແພງ ຂະນະດຽວກັນ ລັດວິສາຫະກິດໄຟຟ້າລາວ ກໍ່ເຄີຍອອກແຈ້ງການປັບອັດຕາຄ່າໄຟຟ້າພາກທີ່ຢູ່ອາໄສ ສຳລັບເດືອນພຶດສະພາ 2026 ຫາເດືອນທັນວາ 2029 ອີງຕາມແຈ້ງການເລກທີ 1639/ພບ.ຫກ ລົງວັນທີ 18 ພຶດສະພາ 2026 ການຊົມໃຊ້ໄຟຟ້າ 0 ຫາ 25 ກິໂລວັດໂມງ ປັບຈາກ 614 ເປັນ 850 ກີບ ແຕ່ 26 ຫາ 150 ກິໂລວັດໂມງ ປັບຈາກ 707 ເປັນ 958 ກີບ. ເຖິງແມ່ນລາວຂຶ້ນຊື່ວ່າ ເປົນຫມໍ້ໄຟແຫ່ງອາຊຽນ ເເຕ່ບໍ່ເເມ່ນຂອງລາວ 100 % ເພາະລັດວິສາຫະກິດໄຟຟ້າລາວ ຍັງມີໜີ້ສິນປະມານ 4 ຕື້ໂດລາສະຫະລັດ ເຊິ່ງອາດເປັນປັດໄຈໜຶ່ງ ທີ່ຕ້ອງນຳເງິນໄປໃຊ້ຫນີ້ ແລະເຮັດໃຫ້ຄ່າໄຟຍັງຢູ່ໃນລະດັບສູງ.

Download metadata bundle
15 Aug 2026, 15:11 GMT By ອຸ່ນແກ້ວ ສຸກສະຫວັນ

ໂຄງການເຂື່ອນປາກແບງ ຈະສົ່ງຜົນກະທົບຕໍ່ປະຊາຊົນ 26 ບ້ານ ກວມເອາ 3 ແຂວງ ຄື ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະແຂວງບໍ່ແກ້ວ. ໃນນັ້ນປະຊາຊົນ 7 ບ້ານ ປະມານ 4,000 ຄົນ ຈະຖືກຍົກຍ້າຍອອກຈາກພື້ນທີ່, ສ່ວນ ບ້ານອື່ນໆ ຈະໄດ້ຮັບຜົນກະທົບບາງສ່ວນ ເຊັ່ນ ສູນເສຍເຮືອນ ຫຼື ສູນເສຍທີ່ ດິນທຳ ການກະເສດ. ເຂື່ອນປາກແພງ ສ້າງໃສ່ແມ່ນໍ້າຂອງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກຳລັງການຜະລິດ 912 ເມກາວັດ. ຂໍ້ມູນຈາກພາບຖ່າຍດາວທຽມ ສະແດງໃຫ້ເຫັນວ່າ ໂຄງການ ເລີ່ມມີການກໍ່ສ້າງໂຄງ ລ່າງພື້ນຖານ ແລະ ຄັນຄູກັ້ນນໍ້າໄປແລ້ວ ໂດຍມີບໍລິສັດ Sinohydro ປະເທດຈີນ ເປັນຜູ້ຮັບເໝາກໍ່ສ້າງ. ໂຄງການໄດ້ດໍາເນີນການກໍ່ສ້າງແຕ່ທ້າຍປີ 2025 ແລະ ມີກໍານົດການໃຫ້ສໍາເລັດ ໃນທ້າຍປີ 2032 ແລະ ເລີ່ມສົ່ງໄຟຟ້າຂາຍ ໃຫ້ປະເທດໄທ ໃນຕົ້ນປີ 2033. ປະຊາຊົນໃນພື້ນທີ່ ກໍບໍ່ຢາກໃຫ້ສ້າງເຂື່ອນປາກແບງໃສ່ແມ່ນ້ຳຂອງ ເພາະແມ່ນ້ຳຂອງ ເປັນແຫຼ່ງສະບຽງອາຫານ ແລະແຫຼ່ງລາຍໄດ້ຂອງປະຊາຊົນ ໂດຍສະເພາະການຫາປາ: “ຜົນກະທົບຫຼາຍໄດ໋ ປະຊາຊົນນີ້ກະ ອາໄສການຫາປານີ້ແລ້ວ ເປັນສ່ວນໃດສ່ວນໜຶ່ງ ເພື່ອລ້ຽງຄອບຄົວເນາະ ກະຖືວ່າ ຫາປາກະໄດ້ຢູ່ ຄັນສ້າງເຂື່ອນແລ້ວ ກະຊິບໍ່ໄດ້ຫາຫັ້ນແລ້ວ ຜົນກະທົບກະບໍ່ແມ່ນໜ້ອຍໆແລ້ວ ຄັນໄດ້ສ້າງຂຶ້ນກະດາຍ" ບໍ່ພຽງປະຊາຊົນລາວເທົ່ານັ້ນ ໂຄງການນີ້ ຍັງເກິດກະແສວິພາກວິຈານ ແລະ ການຄັດຄ້ານຈາກກຸ່ມອະນຸລັກທຳມະຊາດ ແລະປະຊາຊົນໃນເຂດລຸ່ມແມ່ນ້ຳຂອງ ຍ້ອນຄວາມກັງວົນເລື່ອງຜົນກະທົບຂ້າມພົມແດນ, ລະດັບນໍ້າຖ້ວມ, ແລະ ຜົນກະທົບຕໍ່ລະບົບນິເວດພັນປາໃນແມ່ນໍ້າຂອງ.

Download metadata bundle
13 Aug 2026, 01:25 GMT By ອຸ່ນແກ້ວ ສຸກສະຫວັນ

ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ ແລະ ເປັນແຂວງທີ່ທຸກໃນປະເທດລາວ. ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ ແລະ ເປັນແຂວງທີ່ທຸກຍາກໃນປະເທດລາວ. ລັດຖະບານມີແຜນເອົາແຂວງຫົວພັນ ໃຫ້ນັກລົງທຶນຫວຽດນາມເຂົ້າມາພັດທະນາ ສ່ວນວ່າ ແຂວງຜົ້ງສາລື ໃຫ້ນັກລົງທຶນຈີນເຂົ້າມາພັດທະນາ ໂດຍຫວັງວ່າ ໃຫ້ສອງແຂວງດັ່ງກ່າວ ມີການພັດທະນາ ໃຫ້ເຊື່ອມໂຍງກັບປະເທດຈີນ ແລະຫວຽດນາມ ຜ່ານນະໂຍບາຍພິເສດ ດ້ານພາສີ-ອາກອນ, ການອຳນວຍຄວາມສະດວກດ້ານການຄ້າຊາຍແດນ ແລະ ການເລັ່ງພັດທະນາໂຄງລ່າງພື້ນຖານສຳຄັນ. ກ່ຽວກັບປະເດັນນີ້ ອາຈານທ່ານນຶ່ງ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ເຫັນວ່າ ການອອກນະໂຍບາຍພິເສດໃຫ້ຈີນ ແລະ ຫວຽດນາມ ຈະຊ່ວຍໃຫ້ 2 ແຂວງ ກາຍເປັນຈຸດຍຸດທະສາດຂອງປະເທດ: “ຄືເພິ່ນເວົ້າຫັ້ນແຫຼະເນາະ ເອົາຍຸດທະສາດເປັນສຳຄັນ ເອິ້ນວ່າ ລະບົບເສດຖະ ກິດມັນຈະພົວພັນໂດຍກົງຫຼາຍ ເສດຖະກິດ-ຂະຫຍາຍໂຕຄຶກຄື້ນ, ການທ່ອງທ່ຽວເນາະ ມັນປະຢັດຕົ້ນທຶນ ແລ້ວມັນສະດວກສະບາຍເນາະ.” ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກໍຍັງບໍ່ຮູ້ລາຍລະອຽດຈະແຈ້ງວ່າ ລັດຖະບານຈະອອກນະໂຍບາຍພິເສດໃນທຸລະກິດໃດແທ້ ແຕ່ສະເພາະແຂວງຜົ້ງສາລີ ຫາກຈະເຂົ້າມາສຳຫຼວດ-ຂຸດຄົ້ນແຮ່ທາດຕ່າງໆ ຖືວ່າມີໜ້ອຍຫຼາຍ: “ລັດຖະບານຊິໃຫ້ຈີນ-ຫວຽດນາມເນາະ ແຕ່ວ່າ ແຂວງຜົ້ງສາລີນີ້ກະ ແຫຼ່ງແຮ່ຫຍັງຕ່າງໆ ມັນມີໜ້ອຍ” ແຕ່ ໃນເວລາດຽວກັນ ປະຊາຊົນ ກໍມີຄວາມກັງວົນວ່າ ການທີ່ນັກລົງທຶນຈີນ ແລະ ຫວຽດນາມ ຈະເຂົ້າມາພັດທະນາໂຄງລ່າງພື້ນຖານນັ້ນ ກໍຄົງເປັນໄປໄດ້ຍາກ, ແຕ່ ຄວາມຈິງກໍຄື ນັກລົງທຶນຈີນ ແລະ ຫວຽດນາມ ຈະເຂົ້າມາພຽງແຕ່ຂຸດຄົ້ນເອົາບໍ່ແຮ່ ຫຼື ຊັບພະຍາກອນທໍາທະຊາດເທົ່ານຫັ້ນ.

Download metadata bundle
10 Aug 2026, 22:23 GMT By ອຸ່ນແກ້ວ ສຸກສະຫວັນ

ລາຄາສິນຄ້າບາງລາຍການ ທີ່ທາງການກຳນົດ ຍູ່ຕະຫຼາດລາວ ຍັງສວນທາງ ກັບລາຄາຂາຍໂຕຈິງ ໂດຍມີລາຄາສູງກວ່າທີ່ກຳນົດ. ໃນຕະຫຼາດລາວ ຍັງພົບວ່າສິນຄ້າບາງປະເພດ ມີການຕິດປ້າຍລາຄາຕາມທີ່ທາງການກຳນົດ ເເຕ່ລາຄາຂາຍໂຕຈິງກັບສູງກວ່າ. ໃນຕະຫຼາດລາວ ຍັງພົບວ່າສິນຄ້າບາງປະເພດ ມີການຕິດປ້າຍລາຄາຕາມທີ່ທາງການກຳນົດ ເເຕ່ລາຄາຂາຍໂຕຈິງກັບສູງກວ່າ. ເຊັ່ນ ປານິນ ທີ່ລາຄາກຳນົດ 45,000 ກີບຕໍ່ກິໂລກຼາມ ແຕ່ບາງຮ້ານຂາຍສູງເຖິງ 60,000 ກີບຕໍ່ກິໂລກຼາມ. ເປັດປອກ ທີ່ລາຄາກຳນົດ 95,000 ກີບຕໍ່ກິໂລກຼາມ ບາງຮ້ານກໍ່ຈຳໜ່າຍໃນລາຄາ 100,000 ກີບຕໍ່ກິໂລກຼາມ. ເເລະຊີ້ນໝູລາດ ກໍຂາຍເກີນລາຄາກຳນົດ 88,000 ກີບຕໍ່ກິໂລກຼາມກໍ່ມີ. ນອກຈາກນີ້ ຊາວບ້ານ ທ່ານດັ່ງກ່າວ ຍັງລະບຸວ່າ ລາຄາສິນຄ້າໃນແຕ່ລະຕະຫຼາດພາຍໃນນະຄອນຫຼວງວຽງຈັນ ຈະເເຕກຕ່າງກັນ ແລະ ທາງການຍັງບໍ່ສາມາດກຳນົດ ໃຫ້ເປັນມາດຕະຖານດຽວກັນໄດ້. ມີພຽງເເຕ່ເເຈ້ງການໃຫ້ບັນດາຊາວຄ້າຂາຍຕິດປ້າຍໃຫ້ຈະເເຈ້ງເທ່ານັ້ນ ເເຕ່ລາຄາສິນຄ້າບາງປະເພດຍັງສວນທາງກັນຢູ່. ສະພາບດັ່ງກ່າວ ຍັງສ້າງຂໍ້ສົງໄສໃຫ້ແກ່ຜູ້ບໍລິໂພກວ່າ ເຫດໃດທາງການຈຶ່ງຍັງບໍ່ສາມາດຄວບຄຸມລາຄາໄດ້ ໃນຂະນະທີ່ສິນຄ້າເກືອບທຸກປະເພດຍັງປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນ. ຢ່າງໃດກໍ່ຕາມ ລາວຍັງມີອັດຕາເງິນເຟີ້ 7,6% ອີງຕາມສູນສະຖິຕິແຫ່ງຊາດ ປະຈຳເດືອນກໍລະກົດ 2026 ສະທ້ອນວ່າ ຄ່າຄອງຊີບ ແລະ ລາຄາສິນຄ້າ ຍັງສູງ.

Download metadata bundle
4 Aug 2026, 15:42 GMT By ອຸ່ນແກ້ວ ສຸກສະຫວັນ

ໂຕເລກການສະໝັກເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດລາວ ໃນສົກສຶກສາ 2026-2027 ຍັງຕ່ຳກວ່າປີກາຍ. ໂຕເລກການສະໝັກເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດລາວ ໃນສົກສຶກສາ 2026-2027 ຍັງຕ່ຳກວ່າປີກາຍ. ອີງຕາມການປະກາດຂອງ ມະຫາວິທະຍາໄລແຫ່ງຊາດ (ມຊ) ປະຈຳສົກສຶກສາ 2026-2027 ມີແຜນຮັບນັກສຶກສາໃໝ່ 5,570 ຄົນ. ການເປີດຮັບສະໝັກເລີ່ມຕັ້ງແຕ່ວັນທີ 6 ກໍລະກົດ ແລະ ປິດໃນວັນທີ 5 ສິງຫາ 2026. ປັດຈຸບັນ ມີຜູ້ລົງທະບຽນແລ້ວປະມານ 4,000 ກວ່າຄົນ. ຫາກທຽບກັບສົກສຶກສາ 2024-2025 ຈະເຫັນວ່າປີນີ້ ຈຳນວນຜູ້ສະໝັກຍັງຕ່ຳກວ່າປີກາຍ ໂດຍປີກາຍມີຜູ້ສະໝັກປະມານ 5,400 ກວ່າຄົນ ຂະນະທີ່ແຜນຂອງມະຫາວິທະຍາໄລຢູ່ທີ່ 7,600 ກວ່າຄົນ. ຂະນະດຽວກັນ ຂໍ້ມູນຂອງກະຊວງສຶກສາທິການ ແລະ ກິລາ ລະບຸວ່າ ໃນສົກຮຽນ 2023-2024 ມີນັກຮຽນ ມ.7 ທົ່ວປະເທດ ມີໜ້າສອບເສັງກວ່າ 45,600 ຄົນ. ບໍ່ແມ່ນທຸກຄົນທີ່ເລືອກສຶກສາຕໍ່ ໃນລະດັບມະຫາວິທະຍາໄລ ໂດຍບາງຄົນເລືອກຮຽນສາຍອາຊີບທີ່ຫວັງວ່າຈົບໄປແລ້ວຈະມີວຽກງານທຳ ເເຕ່ຫຼາຍຄົນເລືອກເຂົ້າສູ່ຕະຫຼາດແຮງງານ ດັ່ງນັກສຶກສາມະຫາວິທະຍາໄລ ຄົນໜຶ່ງ ຢູ່ແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ ເອເຊຍເສລີ ວ່າ: ໃນແງ່ທີ່ວ່າ ເຮົາເຄີຍຖາມນັກຮຽນທີ່ວ່າ ຈົບ ມໍ7 ອັນເຂົາເວົ້າວ່າ ບາງທີ ເລື່ອງພື້ນຖານຄອບຄົວແດ່ ລະກະ ມັນກະເວົ້າເລື່ອງວ່າ ເຂົາໄປເຮັດວຽກ ເຂົາໄດ້ເງິນໄວກວ່າ ເຂົາກໍຈະຄິດເລື່ອງເງິນເດືອນ ເລື່ອງເສຍເວລາ ສ່ວນໃຫຍ່ຫັ້ນໄທ ຫາກແຕ່ວ່າໄປໄທ ມັນໄປງ່າຍ ຄວາມຄິດຂອງເຂົາກະເລີຍວ່າ ຂ້ອຍຈົບ ມໍ7 ກໍໄດ້ ຂ້ອຍໄປເຮັດວຽກຫາເງິນ. ຢ່າງໃດກໍ່ຕາມ ສາເຫດ ທີ່ຫຼາຍຄົນບໍ່ຮຽນຕໍ່ ມາຈາກສະພາບເສດຖະກິດດ້ານການເງິນ ແລະ ຄວາມກັງວົນວ່າ ຮຽນຈົບແລ້ວບໍ່ມີວຽກເຮັດ ຈຶ່ງເລືອກໄປອອກເເຮງງານສ່ວນໃຫຍ່ເເມ່ນໄປປະເທດໄທ.

Download metadata bundle
1 Aug 2026, 14:47 GMT By ອຸ່ນແກ້ວ ສຸກສະຫວັນ

ນັກທຸລະກິດລາວ ທ່ານນຶ່ງ ໄດ້ຕັ້ງຄໍາຖາມວ່າ ໃຜໄດ້ຜົນປະໂຫຍດ ຈາກກໍລະນີທີ່ມີການປ່ອຍຂ່າວລືວ່າ ທະນາຄານພັດທະນາລາວ ຈໍາກັດ ຫຼື ຜົນປະໂຫຍດ ກັບຂ່າວລື LDB ຟອກເງິນ. ໃຜໄດ້ຜົນປະໂຫຍດ ຈາກກໍລະນີທີ່ມີການປ່ອຍຂ່າວລືວ່າ ທະນາຄານພັດທະນາລາວ ຈໍາກັດ ຫຼື LDB ພົວພັນການຟອກເງິນກັບນາຍທຶນຈີນ ນັກທຸລະກິດລາວ ທ່ານນຶ່ງ ໄດ້ຕັ້ງຄໍາຖາມວ່າ ໃຜໄດ້ຜົນປະໂຫຍດ ຈາກກໍລະນີທີ່ມີການປ່ອຍຂ່າວລືວ່າ ທະນາຄານພັດທະນາລາວ ຈໍາກັດ ຫຼື LDB ພົວພັນການຟອກເງິນກັບນາຍທຶນຈີນ ແລະ ມີການເຄື່ອນໄຫວທີ່ບໍ່ສອດຄ່ອງກັບກົດໝາຍ-ມາດຕະຖານສາກົນ. ປັດຈຸບັນ ທະນາຄານທຸລະກິດຕ່າງໆຢູ່ປະເທດລາວ ມີການແຂ່ງຂັນກັນເຂົ້າເຖິງລົງໄປຫາລູກຄ້າໃນການເປີດບັນຊີເງິນຝາກຢູ່ຕາມບ້ານ ຕາມສະຖານທີ່ຕ່າງໆ ຊຶ່ງຕ່າງຈາກແຕ່ກ່ອນລູກຄ້າຕ້ອງໄປເປີດບັນຊີຢູ່ທະນາຄານ. ນັກທຸລະກິດ ທ່ານນີ້ກ່າວຕື່ມວ່າ ພະນັກງານທະນາຄານ LDB ຕ້ອງແຂ່ງໃຫ້ໄດ້ລູກຄ້າຫຼາຍ ແລະ ຕ້ອງລົງໄປຫາລູກແບບເຄາະປະຕູບ້ານ ຫຼື Door-To-Door ເພື່ອໃຫ້ໄດ້ຍອດເງິນຝາກໄດ້ຫຼາຍ ແຕ່ ມັນກໍເກີດຊ່ອງວ່າງ ຜູ້ທີ່ຖືບັນຊີມ້າເຂົ້າມາແອບແຝງເປີດບັນຊີ ຍ້ອນວ່າ ຂັ້ນຕ້ອນການກວດກາເອກະສານໃນການເປີດບັນຊີມັນບໍ່ຮັດກຸມ. ນັກທຸລະກິດທ່ານນີ້ ຍັງກ່າວຕື່່ມວ່າ ມີຫຼາຍທະນາຄານແຂ່ງກັນ ແລ້ວເກີດຂ່າວທາງລົດຕໍ່ທະນາຄານ ນຶ່ງ ແລ້ວໃຜໄດ້ຜົນປະໂຫຍດ. ປະມານ 10 ປາຍປີ ຜ່ານມາ ກໍເກີດກໍລະນີ ມີຄົນປ່ອຍຂ່າວວ່າ ທະນາຄານພົງສະຫວັນຈະລົ້ມລະລາຍ ແລະ ຝູງຊົນພາກັນແຫ່ໄປຖອນເງິນ ຈົນທະນາຄານຂາດສະພາບຄ່ອງ ໃນເວລານັ້ນ. ກ່ອນອື່ນຕ້ອງມາເບິ່ງວ່າ ທະນາຄານພັດທະນາລາວ ເປິດມານັບແຕ່ປີ 2021 ໃນຮູບແບບວິສາຫະກິດລັດຮຸ້ນສ່ວນ ໂດຍມີລັດຖະບານ ຖືຮຸ້ນ 30% ແລະ ເອກກະຊົນ 70% ດ້ວຍທຶນຈົດທະບຽນ 1,200 ຕື້ກີບ ນັບເປັນທະນາຄານໃຫຍ່ ອັບດັບ 2 ໃນລາວ ຮອງຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດຂອງ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວ ໃນວັນທີ 29 ກໍລະກົດ ວ່າ: ຜ່ານການຕິດຕາມ ແລະ ເຮັດວຽກກັບ LDB ມາຮອດປັດຈຸບັນ ໂດຍລວມ LDB ແມ່ນມີຄວາມເຂັ້ມແຂງໝັ້ນຄົງເຄື່ອນໄຫວທຸລະກິດ ສອດຄ່ອງກັບກົດໝາຍຂອງ ສປປລາວ. ປັດຈຸບັນ ທະນາຄານທຸລະກິດຕ່າງໆຢູ່ປະເທດລາວ ມີການແຂ່ງຂັນກັນເຂົ້າເຖິງລົງໄປຫາລູກຄ້າໃນການເປີດບັນຊີເງິນຝາກຢູ່ຕາມບ້ານ ຕາມສະຖານທີ່ຕ່າງໆ ຊຶ່ງຕ່າງຈາກແຕ່ກ່ອນລູກຄ້າຕ້ອງໄປເປີດບັນຊີຢູ່ທະນາຄານ. ນັກທຸລະກິດ ທ່ານນີ້ກ່າວຕື່ມວ່າ ພະນັກງານທະນາຄານ LDB ຕ້ອງແຂ່ງໃຫ້ໄດ້ລູກຄ້າຫຼາຍ ແລະ ຕ້ອງລົງໄປຫາລູກແບບເຄາະປະຕູບ້ານ ຫຼື Door-To-Door ເພື່ອໃຫ້ໄດ້ຍອດເງິນຝາກໄດ້ຫຼາຍ ແຕ່ ມັນກໍເກີດຊ່ອງວ່າງ ຜູ້ທີ່ຖືບັນຊີມ້າເຂົ້າມາແອບແຝງເປີດບັນຊີ ຍ້ອນວ່າ ຂັ້ນຕ້ອນການກວດກາເອກະສານໃນການເປີດບັນຊີມັນບໍ່ຮັດກຸມ. ນັກທຸລະກິດທ່ານນີ້ ຍັງກ່າວຕື່່ມວ່າ ມີຫຼາຍທະນາຄານແຂ່ງກັນ ແລ້ວເກີດຂ່າວທາງລົດຕໍ່ທະນາຄານ ນຶ່ງ ແລ້ວໃຜໄດ້ຜົນປະໂຫຍດ. ປະມານ 10 ປາຍປີ ຜ່ານມາ ກໍເກີດກໍລະນີ ມີຄົນປ່ອຍຂ່າວວ່າ ທະນາຄານພົງສະຫວັນຈະລົ້ມລະລາຍ ແລະ ຝູງຊົນພາກັນແຫ່ໄປຖອນເງິນ ຈົນທະນາຄານຂາດສະພາບຄ່ອງ ໃນເວລານັ້ນ. ກ່ອນອື່ນຕ້ອງມາເບິ່ງວ່າ ທະນາຄານພັດທະນາລາວ ເປິດມານັບແຕ່ປີ 2021 ໃນຮູບແບບວິສາຫະກິດລັດຮຸ້ນສ່ວນ ໂດຍມີລັດຖະບານ ຖືຮຸ້ນ 30% ແລະ ເອກກະຊົນ 70% ດ້ວຍທຶນຈົດທະບຽນ 1,200 ຕື້ກີບ ນັບເປັນທະນາຄານໃຫຍ່ ອັບດັບ 2 ໃນລາວ ຮອງຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດຂອງ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວ ໃນວັນທີ 29 ກໍລະກົດ ວ່າ: ຜ່ານການຕິດຕາມ ແລະ ເຮັດວຽກກັບ LDB ມາຮອດປັດຈຸບັນ ໂດຍລວມ LDB ແມ່ນມີຄວາມເຂັ້ມແຂງໝັ້ນຄົງເຄື່ອນໄຫວທຸລະກິດ ສອດຄ່ອງກັບກົດໝາຍຂອງ ສປປລາວ.

Download metadata bundle
1 Aug 2026, 12:20 GMT By ອຸ່ນແກ້ວ ສຸກສະຫວັນ

ປະຊາຊົນເມືອງວັງວຽງ ຍັງຂ້ອງໃຈ ກ່ຽວກັບ ແຜນການພັດທະນາເມືອງວັງວຽງ ໃຫ້ເປັນເມືອງໃໝ່ທີ່ທັນສະໄໝ ກວມເອົາເນື້ອທີ່ກວ່າ 7 ພັນເຮັກຕ້າ ຕາມແນວຄິດຂອງລັດຖະບານລາວ ຫຼື ເປັນການສວຍໂອກາດຍາດແຍ່ງເອົາເນື້ອທີ່ດິນ ເພື່ອໄປສ້າງຜົນປະໂຫຍດໃຫ້ກັບພວກພ້ອງເທົ່ານັ້ນ. ຂະນະທີ່ປະຊາຊົນໃນພື້ນທີ່ເມືອງວັງວຽງ ສ່ວນໃຫຍ່ແມ່ນຄັດຄ້ານ ແລະ ບໍ່ເຫັນດີ ທີ່ຈີນຈະເຂົ້າມາບົດບາດສຳຄັນໃນການພັດທະນາເມືອງວັງວຽງ ເພາະປະຊາຊົນໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດ. ປັດຈຸບັນ ຈີນ ມີບົດບາດສຳຄັນໃນການພັດທະນາເມືອງວັງວຽງ ໂດຍຜ່ານໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການທ່ອງທ່ຽວແບບຍືນຍົງ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ. ຂະນະທີ່ປະຊາຊົນໃນພື້ນທີ່ເມືອງວັງວຽງ ສ່ວນໃຫຍ່ແມ່ນຄັດຄ້ານ ແລະ ບໍ່ເຫັນດີ ທີ່ຈີນຈະເຂົ້າມາບົດບາດສຳຄັນໃນການພັດທະນາເມືອງວັງວຽງ ເພາະປະຊາຊົນໃນພື້ນທີ່ ບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ ທັງທີ່ເປັນຜູ້ເສຍສະລະ ແລະສູນເສຍທີ່ດິນ. ສຽງຊາວບ້ານ ເມືອງວັງວຽງ ແຂວງວຽງຈັນ: ບໍ່ຍາກໃຫ້ເຮັດວ່າຊັ່ນສ່າ ຖ້າວ່າ ບໍ່ມີວຽກເຮັດ ມັນກໍຈະທຸກໄປທາງໜ້າ ເຮັດແບບເຂົາວ່າ ເຮັດຮ້ານກາສິໂນບໍ ຫຼືເຮັດຕຶກໃຫຍ່ໆ ເຮັດບ້ານພັກ ໂຮງແຮມບໍ ເຮັດໃຫ້ເປັນແນວນີ້ແນວນັ້ນນ່າ ມັນກະບໍ່ແມ່ນທຳມະຊາດແລ້ວ ມັນຍົກເລິກບໍ່ໃຫ້ເຮັດແລ້ວກະແລ້ວເນາະ. ໄລຍະທີ່ຜ່ານມາ ມີຫຼາຍຂົງເຂດ ທີ່ລັດຖະບານລາວ ວາງແຜນພັດທະນາເມືອງໃໝ່ ແລະຖືກກຳນົດໄວ້ຢ່າງຊັດເຈນໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ຍັງບໍ່ເຫັນປະຈັກຕາ ວ່າຕົວເມືອງເຫຼ່ານັ້ນ ຈະຖືກພັດທະນາຕາມຄຳໂຄສະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງໄດ້ເທື່ອ. ໂຕຢ່າງ ໂຄງການພັດທະນາເມືອງໃໝ່ອັດສະລິຍະ ນະຄອນຫຼວງວຽງຈັນ 450 ກວມເອົາເນື້ອທີ່ປະມານ 2,300 ປາຍເຮັກຕາ. ໂຄງການ ອະມະຕະ ສມາດ ແອນ ອີໂກ ຊິຕີ ແຂວງຫຼວງນ້ຳທາ ແລະແຊວງອຸດົມໄຊ ກວມເອົາເນື້ອທີ່ 400 ປາຍເຮັກຕາ. ເຂດເສດຖະກິດໃໝ່ສີທັນດອນ ແຂວງຈຳປາສັກ ກວມເອົສເນື້ອທີ່ 9 ພັນປາຍເຮັກຕາ. ໂຄງການພັດທະນາຕົວເມືອງໃໝ່ໃນ ເມືອງທ່າແຂກ ແຂວງຄໍາມ່ວນ ກວມເອົາເນື້ອທີ່ 1 ພັນເຮັກຕາ. ຈະເຫັນໄດ້ວ່າ ແຜນພັດທະນາເມືອງໃໝ່ທັງໝົດ ຍັງບໍ່ເຫັນຂັງເຂດໃດ ບັນລຸຜົນສຳເລັດ ແຕ່ສິ່ງທີ່ເຫັນຈະແຈ້ງ ຄື ປະຊາຊົນຈຳນວນຫຼາຍ ຕ້ອງສູນເສຍທີ່ດິນ ແລະຖືກຍົກຍ້າຍອອກຈາກພື້ນທີ່.

Download metadata bundle
1 Aug 2026, 11:27 GMT By ອຸ່ນແກ້ວ ສຸກສະຫວັນ

ລັດຖະບານລາວ ປະກາດຟອກຂາວສະແກມເມີ, ແຕ່ ພັດຍັງມີສະແກມເຂົ້າມາຈາກກໍາປູເຈຍຈຳນວນຫຼາຍ. ເຖິງວ່າ ທາງການລາວຈະມີຄໍາສັ່ງຈັບສະແກມເມີ, ແຕ່ ກໍມີສະແກມເມີຫຼັ່ງໄຫຼ ມາຈາກປະເທດກໍາປູເຈຍ ຢ່າງຕໍ່ເນື່ອງ ເຖິງວ່າ ທາງການລາວຈະມີຄໍາສັ່ງຈັບສະແກມເມີ, ແຕ່ ກໍມີສະແກມເມີຫຼັ່ງໄຫຼ ມາຈາກປະເທດກໍາປູເຈຍ ຢ່າງຕໍ່ເນື່ອງ ໂດຍຜ່ານຊາຍແດນແຂວງຈໍາປາສັກ. ຜູ້ທີ່ເຄີຍຂັບລົດສົ່ງສະແກມເມີ ໄດ້ກ່າວຕໍ່ເອເຊຍເສລີ ວ່າ ປັດຈຸບັນນີ້ ສະແກມເມີເຂົ້າມາຢູ່ ນະຄອນປາກເຊ ແຂວງຈໍາປາສັກຫຼາຍ ແຕ່ ຈະຢູ່ກັນເປັນແບບດາວກະຈາຍ ແລະ ມີການກະຈາຍໂຕເຂົ້າມາໂຕເມືອງໃຫຍ່ໆ ເຊັ່ນຢູ່ແຂວງຄໍາມ່ວນ ສະຫວັນນະເຂດ, ບໍລິຄໍາໄຊ, ນະຄອນຫລວງວຽງຈັນ ແລະ ແຂວງພາກເໜືອ. ຈຸດສະແກມເມີ ທີ່ໃຫຍ່ ກໍຄື ຢູ່ເຂດ ສະໜາມກິລາຫຼັກ 16 ຍ້ອນວ່າ ມີການຈັດເວນຍາມທີ່ແໜ້ນໜາ ຊາວບ້ານຢູ່ເຂດໃກ້ຄຽງ ກໍຍັງເຫັນກຸ່ມສະແກມເມີ ເຕັມຢູ່ເຂດດັ່ງກ່າວ. ວ່າກັນວ່າ ມີຄອບຄົວຜູ້ໃຫຍ່ບາງທ່ານ ຢູ່ເບື້ອງຫຼັງການໃຫ້ທີ່ພັກເຊົາ ຈຶ່ງເຮັດໃຫ້ການປາບປາມ ມີຄວາມຫຍຸ້ງຍາກ. ເຖິງວ່າ ເຈົ້າໜ້າທີ່ຕໍາຫຼວດບາງທ່ານ ຈະປະຕິເສດ ກໍຕາມ: ກໍບໍ່ແມ່ນດອກ ຜູ້ຢອກ ຜູ້ໃຫຍ່ຊິໃຫ້ ທີ່ພັກພິງເນາະ ຜູ້ໃຫຍ່ກໍປາບປາມຄືກັນຫັ້ນແຫຼະ ມັນບໍ່ແມ່ນຄວາມຈິງດອກເນາະ. ຫຼ້າສຸດກະຊວງປ້ອງກັນຄວາມສະຫງົບ ກໍໄດ້ອອກແຈ້ງການ ເລກທີ 308/ປກສ ວັນທີ 15 ກໍລະກົດ 2026 ຫ້າມໃຫ້ທີ່ພັກ ຫຼື ໃຫ້ຄວາມຊ່ວຍເຫຼືອແກ່ແກ້ງສະແກມເມີ ຜູ້ໃດທີ່ສົມຮູ້ຮ່ວມຄິດ ຈະຖືກດຳເນີນຄະດີຕາມກົດໝາຍ. ຫຼ້າສຸດ ວັນທີ 18 ກໍລະກົດ 2026 ຕຳຫຼວດໄດ້ບຸກທຳລາຍຖານແກ້ງສະແກມເມີ ແລະ ເວັບພະນັນ ຍູ່ສົ້ນຂົວມິດຕະພາບລາວ-ໄທ ຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບໄດ້ 580 ກວ່າຄົນ ສ່ວນໃຫຍ່ເປັນຄົນໄທ ເເລະ ລາວ.

Download metadata bundle
22 Jul 2026, 15:29 GMT By ອຸ່ນແກ້ວ ສຸກສະຫວັນ

ຄົບ 8 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ. ຄົບ 8 ປີ ເຂື່ອນເຊປຽນ-ເຊນ້ອຍນ້ອຍແຕກ ແຕ່ຄຸນນະພາບຊີວິດຂອງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ເມືອງສະໜາມໄຊ ແຂວງອັດຕະປື ຍັງລຳບາກ-ທຸກຍາກຫຼາຍ 8 ປີຜ່ານມາ ວຽກງານການຟື້ນຟູຄຸນນະພາບຊີວິດການເປັນຢູ່ຂອງຊາວບ້ານ, ການພັດທະນາໂຄງລ່າງພື້ນຖານຕ່າງໆ ມີຄວາມຊັກຊ້າ ຂາດປະສິດທິພາບ ຫຼາຍໂຄງການພັດທະນາໄປແລ້ວ ບໍ່ໄດ້ມາດຕະຖານ ເຮັດໃຫ້ຊາວບ້ານສ່ວນໃຫຍ່ ບໍ່ໄດ້ຮັບຄວາມສະດວກສະບາຍ ມີແຕ່ທຸກໄປຕື່ມ ແລະມີບໍ່ດອດ 30% ທີ່ສາມາດກຸ້ມຕົວເອງໄດ້ ຊາວບ້ານຜູ້ປະສົບໄພ ເມືອງສະໜາມໄຊ ເວົ້າວ່າ ກ່ອນເຂື່ອນແຕກ ຊາວບ້ານເມືອງສະໜາມໄຊ ມີລາຍໄດ້ປະມານ 20 ລ້ານກີບຕໍ່ຄົນຕໍ່ປີ ຫຼັງເຂື່ອນແຕກຜ່ານມາ 8 ປີແລ້ວ ລາຍໄດ້ຂອງຊາວບ້ານ ຫຼຸດຕ່ຳກວ່າ 20 ລ້ານກີບຕໍ່ຄົນຕໍ່ປີ, ຕາມລາຍງານຂອງແຂວງອັດຕະປື ລະບຸວ່າ ລາຍໄດ້ສະເລ່ຍຕໍ່ຫົວຄົນ ທົ່ວເມືອງສະໜາມໄຊ ບັນລຸປະມານ 20 ລ້ານກີບຕໍ່ຄົນຕໍ່ປີ ເລື່ອງທີ່ດິນທຳການກະເສດ ຖືເປັນຄວາມຫຍຸ້ງຍາກທີ່ສຸດຂອງຊາວບ້ານ ເນື່ອງຈາກ ການຈັດສັນທີ່ດິນໃຫ້ນັ້ນ ບໍ່ມີຄວາມເໝາະສົມ ປູກພືດ-ຜັກ ກະຍາກ ບໍ່ມີແຫຼ່ງນ້ຳພຽງພໍ ແລະຍັງຫ່າງໄກຈາກເຂດບ້ານ ປະມານ 10 ຫຼັກ, ຊາວບ້ານຫຼາຍຄອບຄົວ ປະຖິ້ມເຮືອນຊານຍ້າຍໄປຢູ່ທົ່ງ-ຢູ່ສວນ ເພື່ອຄວາມສະດວກໃນການທຳການກະເສດ. ຊາວບ້ານເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບເຂື່ອນແຕກ ໄດ້ກ່າວວ່າ: “ຫາແນວໃດ ມັນກະຍາກຄູ່ມື້ນີ້ ເງິນກະເຟີຄືຄູມື້ນີ້ ເຮັດຮົ້ວເຮັດສວນ ພໍໄດ້ກິນ ບໍ່ເຖິງ 30 ດອກ ຄົນທີ່ວ່າ ຊິສະບາຍຂຶ້ນ ບໍ່ມີນ່າ ທຸກກວ່າເກົ່າອີກນ່າ ບໍ່ແມ່ນທຸກຄືອເກົ່າ ບ່ອນຫາຢູ່ຫາກິນກະໄກ ໄປ-ມາກະຍາກຂຶ້ນ” ສ່ວນວຽກງານການຊົດເຊຍເງິນ ປະເພດຊັບສິນມີຄ່າ ເກືອບ 700 ຕື້ກີບ ໃຫັກັບຜູ້ໄດ້ຮັບຜົນກະທົບ ກໍຍັງມິດວຽບ ຈະມີຄຳສັ່ງຈາກ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮີບດ່ວນ ເກັບຂໍ້ມູນ ແລະມອບເງິນຊົດເຊຍໃຫ້ໄວທີ່ສຸດ ແຕ່ການປະຕິບັດໂຕຈິງ ພັດຊັກຊ້າ ບໍ່ໄປ-ບໍ່ມາແນວໃດ. ນອກຈາກນີ້ ຍັງເກິດການຮັ່ວໄຫຼຂອງເງິນຊົດເຊຍ ຈຳນວນ 81 ຕື້ກີບ ກໍຍັງຜົນການສືບສວນສອບສວນຢ່າງຈະແຈ້ງ ວ່າເງິນຈຳນວນນັ້ນ ຮັ່ວໄຫຼໄປໄດ້ແນວໃດ ແລະພາກສ່ວນໃດ ເປັນຜູ້ເອົາໄປນຳໃຊ້. ເຫດການ ສັນເຂື່ອນ D ຂອງເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ່ 23 ກໍລະກົດ ປີ 2018 ສ້າງຫາຍະນະມະຫາສານ ແລະຄວາມທຸກໂສກ ມີຜູ້ເສຍຊີວິດ 71 ຄົນບ້ານຖືກນ້ຳໄຫຼຊຸຢ່າງຮຸນແຮງ ກວມເອົາ 18 ບ້ານ ຊາວບ້ານ 13 ພັນຄົນ ບໍ່ມີບ່ອນຢູ່ອາໄສ.

Download metadata bundle
22 Jul 2026, 14:35 GMT By ອຸ່ນແກ້ວ ສຸກສະຫວັນ

ກະຊວງສາທາລະນະສຸກຂອງລາວ ສັ່ງໂຈະໂຮງໝໍ BLL ເພື່ອກວດກາເລື່ອງການຄ້າອະໄວຍະວະມະນຸດທີ່ຜິດກົດໝາຍ. ກະຊວງສາທາລະນະສຸກຂອງລາວ ສັ່ງໂຈະໂຮງໝໍ BLL ເພື່ອກວດກາເລື້ອງການຄ້າອະໄວຍະວະມະນຸດທີ່ຜິດກົດໝາຍ. ໃນວັນທີ 21 ກໍລະກົດ 2026, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະ ນະສຸກ ໄດ້ອອກແຈ້ງການສັ່ງໃຫ້ໂຮງໝໍ BLL ໂຈະການປິ່ນປົວ ກໍລະນີຄົນເຈັບໃໝ່ຊົ່ວຄາວ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ທີມງານກວດກາ ລົງກວດກາຊຸກຍູ້ ກວດກາ ເກັບກໍາຂໍ້ມູນ ກ່ຽວກັບການໃຫ້ບໍລິການ ຂອງໂຮງໝໍໄລຍະຜ່ານມາ ທັງນີ້ ກໍເພື່ອຄວາມກະຈ່າງແຈ້ງ, ຍຸຕິທໍາ ໃຫ້ທຸກພາກສ່ວນ ຫຼັງຈາກໄດ້ຜົນການເກັບກໍາຂໍ້ມູນແລ້ວ ຈະແຈ້ງໃຫ້ໂຮງໝໍຕາມພາຍຫຼັງ. ກ່ອນໜ້ານີ້ ມີຜູ້ໃຊ້ສື່ສັງຄົມອອນລາຍ ໄດ້ລົງຂ່າວ ໂດຍ ອ້າງອີງໃສ່ຂໍ້ມູນຂອງສໍາຂ່າວທີ່ຊື່ວ່າ The Reporter ຂອງໃຕ້ໄຫວ ໄດ້ລາຍງານໃນວັນທີ 19 ກໍລະກົດ. ສໍານັກຂ່າວດັ່ງກ່າວ ໄດ້ລາຍງານວ່າ: ມີຄົນປູກຖ່າຍອະໄວຍະວະເສຍຊີວິດຫຼາຍຄົນຢູ່ໃຕ້ຫວັນ. ຕໍ່ມານັກຂ່າວຂອງໃຕ້ຫວັນຄົນດັ່ງກ່າວ ຈຶ່ງມີການສືບຄົ້ນຫາທີ່ໄປທີ່ມາ ແລະ ພົບວ່າ ການປູກຖ່າຍອະໄວຍະວະມີຂຶ້ນຢູ່ໂຮງໝໍ BLL ຢູ່ນະຄອນຫລວງວຽງຈັນ ປະເທດລາວ.

Download metadata bundle
20 Jul 2026, 16:28 GMT By ອຸ່ນແກ້ວ ສຸກສະຫວັນ

ປັດຈຸບັນ ຈີນຄອບຄອງ ຜູ້ຂາດປະເທດລາວຫຼາຍດ້ານ ເຊັ່ນ ບໍ່ແຮ່, ພະລັງງານ, ທ່ອງທ່ຽວ, ກະສິໍກໍາ ໂດຍເອົາດິນສໍາປະທານ, ດ້ານການຄ້າ, ການຂົນສົ່ງ. ປັດຈຸບັນ ຈີນຄອບຄອງ ຜູ້ຂາດປະເທດລາວຫຼາຍດ້ານ ເຊັ່ນ ບໍ່ແຮ່, ພະລັງງານ, ທ່ອງທ່ຽວ, ກະສິໍກໍາ ໂດຍເອົາດິນສໍາປະທານ, ດ້ານການຄ້າ, ການຂົນສົ່ງ. ມູນຄ່າການຄ້າລາວ-ຈີນ ເພີ່ມຂຶ້ນຈາກ 4 ຕື້ໂດລາສະຫະລັດ ໃນປີ 2021 ເປັນເກືອບ 9 ຕື້ໂດລາສະຫະລັດ ໃນປີ 2025 ແຕ່ຂະນະດຽວກັນ ຜູ້ປະກອບການລາຍຍ່ອຍບາງສ່ວນ ກໍກຳລັງປະເຊີນຄວາມຫຍຸ້ງຍາກໃນການແຂ່ງຂັນ. ສຳລັບການເຂ້າມາລົງທືນໃນຂະແໜ່ງການບໍ່ແຮ່ ແລະ ກະສິໍກໍາ ເຊິ່ງທີ່ດິນ ແລະ ປ່າໄມ້ ຖືກສຳປະທານໄລຍະຍາວ ສົ່ງຜົນກະທົບຕໍ່ຊາວບ້ານ ຊາວບ້ານບາງພື້ນທີ່ ຕ້ອງສູນເສຍທີ່ດິນເຮັດກິນ ຫຼື ເຂົ້າເຖິງຊັບພະຍາກອນໄດ້ຍາກຂຶ້ນ ເເລະໄດ້ຮັບຜົນກະທບທາງສິ່ງເເວດລ້ອມ. ນອກຈາກນັ້ນ ຍັງມີເຂົ້າມາລົງທືນດ້ານພະລັງງານໄຟຟ້າເຂົ້າມາຜູກຂາດໂຄງການສາຍສົ່ງຂອງລັດວິສາຫະກິດໄຟຟ້າລາວ. ທຸລະກິດຮ້ານຂາຍຍ່ອຍ ຮ້ານອາຫານ, ໂຮງເເຮມ ບ້ານພັກ ລວມໄປເຖິງເຂດເສດຖະກິດພິເສດເເລະທຸຮະກິດອີກຫຼາຍປະເພດ ເຂົ້າມາຍາດແຍ່ງຕະຫຼາດພາຍໃນປະເທດລາວ. ຜູ້ປະກອບການທຸລະກິດທ້ອງຖິ່ນທີ່ມີຕົ້ນທຶນໜ້ອຍ ປະເຊີນຄວາມຫຍຸ້ງຍາກຫຼາຍຂຶ້ນ ແທບບໍ່ມີບ່ອນຢືນ ບໍ່ສາມາດແຂ່ງຂັນ ໃນຕະຫຼາດໄດ້.

Download metadata bundle
20 Jul 2026, 14:16 GMT By ອຸ່ນແກ້ວ ສຸກສະຫວັນ

ການສົ່ງແຮ່ທາດ ປະເພດແຮ່ດິບ ທີ່ບໍ່ຜ່ານການປຸງແຕ່ງ ຈາກລາວໄປຈີນ ມີການແຈ້ງລາຍຮັບ ແລະປະລິມານແຮ່ທາດ ບໍ່ກົງກັບຄວາມເປັນຈິງ ເຮັດໃຫ້ປະເທດລາວ ເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມແຜນ ແລະເສຍຜົນປະໂຫຍດຢ່າງມະຫາສານໃນແຕ່ລະປີ. ການສົ່ງແຮ່ດິບໄປຈີນ ທີ່ບໍ່ກົງກັບເອກະສານແຈ້ງອອກ ແລະ ບໍ່ກົງກັບລາຍຮັບທີ່ລາຍງານ. ຕາມລາຍງານຂອງລັດຖະບານລາວ ປີ 2025 ຜ່ານມາ ມູນຄ່າການສົ່ງອອກແຮ່ທາດໄປຈີນ ມີມູນຄ່າປະມານ 1.1 ຫາ 1.3 ຕື້ໂດລາສະຫະລັດ ແຕ່ລັດຖະບານ ບໍ່ໄດ້ເປິດເຜຍຈຳນວນແຮ່ທາດ ທີ່ສົ່ງອອກໄປຈີນແທ້ໆ ວ່າມີເທົ່າໃດແທ້ ແຕ່ຄາດໝາຍ ລາຍຮັບແທ້ຈິງ ອາດສູງເຖິງ 3 ຕື້ໂດລາ. ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ ກ່າວຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 6 ກໍລະກົດ 2026 ນີ້ວ່າ ລັດຖະບານລາວ ຕ້ອງເຂັ້ມງວດໃນການກວດກາ ແລະບໍ່ຄວນອະນຸຍາດໃຫ້ບໍລິສັດ ທີ່ບໍ່ໄດ້ຄຸນນະພາບ ແລະມາດຕະຖານ ເຂົ້າມາລົງທຶນດ້ານແຮ່ທາດໃນລາວ. ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດໄດ້ກ່າວວ່າ: ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ການອະນຸມັດໂຄງການ ຊອກຄົ້ນ ສຳຫຼວດແຮ່ທາດ ຜ່ານມາ ແມ່ນມີຈຳນວນຫຼາຍໂຄງການ ທີ່ອະນຸມັດຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ແຕ່ການເກັບລາຍຮັບງົບປະມານ ຍັງປະຕິບັດໄດ້ບໍ່ສົມຄູ່ ການສົ່ງອອກສ່ວນໃຫຍ່ ເປັນວັດຖຸດິບ ຫຼື ແຮ່ທາດເຂັ້ມຂຸ້ນ ເຮັດໃຫ້ມີຊ່ອງວ່າງ ການແຈ້ງປະເພດແຮ່ ແລະປະລິມານແຮ່ ບໍ່ກົງກັບໂຕຈິງ. ແຮ່ດິບ ປະເພດ ຄຳ ທອງແດງ ແລະເງິນ ຖືເປັນແຮ່ທາດ ທີ່ມີການຂຸດຄົ້ນ ແລະສົ່ງອອກໄປຈີນ ຫຼາຍທີ່ສຸດໃນລາວ ແຕ່ຜ່ານມາ ບໍ່ມີການກວດກາລະອຽດວ່າ ໄດ້ລັກລອບສົ່ງໄປຈີນຫຼາຍ-ນ້ອຍເທົ່າໃດແລ້ວ ແລະມີເຈົ້າໜ້າທີ່ພາກສ່ວນໃດແດ່ ກ່ຽວຂ້ອງກັບຂະບວນການນີ້. ສູນຂ່າວພະລັງງານ ແລະ ບໍ່ແຮ່ ຍອມຮັບວ່າ ລັດຖະບານລາວ ໄດ້ອະນຸມັດໂຄງການລົງທຶນດ້ານແຮ່ທາດທັງໝົດ ເກືອບ 1,000 ໂຄງການ ແຕ່ໂຄງການທີ່ໄດ້ຮັບການຢັ້ງຢືນ ດ້ານຄຸນນະພາບ ແລະ ມາດຕະຖານ ມີພຽງ 93 ໂຄງການເທົ່ານັ້ນ.

Download metadata bundle
13 Jul 2026, 14:29 GMT By ອຸ່ນແກ້ວ ສຸກສະຫວັນ

ປັດຈຸບັນ ຍັງມີຂະບວນການຄ້າມະນຸດ ທີ່ແອບແຝງມາກັບການແຕ່ງດອງກັບຊາວຕ່າງປະເທດ ໂດຍຈະມີນາຍໜ້າຊັກຊວນເເມ່ຍິງລາວ ດ້ວຍຄໍາສັນຍາວ່າຈະມີຊີວິດທີ່ດີ, ໄດ້ເງິນຄ່າດອງສູງ ແຕ່ເບື້ອງຫຼັງ ກັບເປັນການຄ້າມະນຸດເພື່ອສະແຫວງຫາຜົນປະໂຫຍດຈາກເຫຍື່ອ. ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ກ່ຽວກັບຂະບວນການຫຼອກຍິງສາວລາວໄປແຕ່ງດອງກັບຊາວຕ່າງປະເທດ. ໃນຕົ້ນປີ 2026 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈັບຜູ້ຕ້ອງສົງໄສ 3 ຄົນ ພາຍຫລັງໄດ້ຮັບແຈ້ງຂ່າວ ກ່ຽວກັບຂະບວນການຫຼອກຍິງສາວລາວໄປແຕ່ງດອງກັບຊາວຕ່າງປະເທດແບບຜິດກົດໝາຍ. ກ່ອນໜ້ານີ້ ໄລຍະເດືອນມິຖຸນາ 2025 ເຈົ້າໜ້າທີ່ລາວ ກໍຊ່ວຍເຫຼືອຍິງສາວລາວ ອາຍຸ 21 ປີ ທີ່ຖືກຫຼອກລວງ ໃຫ້ແຕ່ງງານກັບຊາວຕ່າງປະເທດ ນາຍໜ້າໄດ້ຈ່າຍຄ່າດອງ 150 ລ້ານກີບ ແລະ ເມື່ອຜູ້ເສຍຫາຍປ່ຽນໃຈ ເເຕ່ກໍຖືກຂົ່ມຂູ່ໃຫ້ຄືນເງິນ 190 ລ້ານກີບ ພ້ອມຄຳ 2 ບາດ. ເຊິ່ງເຈົ້າໜ້າທີ່ໄດ້ກັກຕົວຜູ້ຕ້ອງສົງໄສໄດ້ 8 ຄົນ ໃນນັ້ນເປັນຄົນຕ່າງປະເທດ 6 ຄົນ. ທີ່ຜ່ານມາວິທຍຸເອເຊຍເສຮີ ໄດ້ເຄີຍລາຍງານວ່າ ມີແມ່ຍິງລາວຫຼາຍຄົນຖືກຕົວະໃຫ້ໄປແຕ່ງດອງກັບຄົນຈີນ ມີຜູ້ເສຍຫາຍຫຼາຍຄົນເຊື່ອວ່າ ຈະໄດ້ຊີວິດໃໝ່ແຕ່ເມື່ອໄປຮອດປາຍທາງ ກັບຖືກຂາຍຕໍ່, ຖືກກັກຂັງ ແລະ ຖືກຂູດຮີດ ໂດຍບໍ່ໄດ້ຮັບສິດ ຫຼື ຄ່າຕອບແທນຕາມສັນຍາໃນການເເຕ່ງດອງ. ສຳລັບ ຄອບຄົວຂອງແມ່ຍິງລາວບາງລາຍ ໄດ້ຮັບເງິນພຽງປະມານ 30,000 ຢວນ ຫຼື ປະມານ 4,150 ໂດລາສະຫະລັດ ຂະນະທີ່ນາຍໜ້າກັບໄດ້ຮັບຜົນປະໂຫຍດສູງເຖິງ 200,000 ຢວນ ຫຼື ປະມານ 27,500 ໂດລາສະຫະລັດ. ໃນໄລຍະປີ 2021-2025 ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ລະບຸວ່າມີຄະດີການເເຕ່ງດອງກັບຊາວຕ່າງຊາດເດ່ນທີ່ສຸດ. ເເລະພົບຄະດີຄ້າມະນຸດ 170 ກວ່າເລື່ອງສາມາດຊ່ວຍເຫຼືອຜູ້ເສຍຫາຍໄດ້ 370 ກວ່າຄົນ ໃນນີ້ເປັນເດັກນ້ອຍອາຍຸຕ່ຳກວ່າ 18 ປີ ຈຳນວນ 250 ກວ່າຄົນ. ບັນຫານີ້ຖືວ່າຍັງນ່າເປັນຫ່ວງຫຼາຍ.

Download metadata bundle
13 Jul 2026, 14:14 GMT By ອຸ່ນແກ້ວ ສຸກສະຫວັນ

ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2026. ມີຄອບຄົວທຸກຍາກຢູ່ລາວ ເກືອບ 200,000 ຄົນ ແລະ ລັດຖະບານໄດ້ເລື່ອນການປະກາດພົ້ນທຸກອອກໄປ ຈົນຮອດປີ 2030.​ ລັດຖະບານລາວ ບໍ່ສາມາດປະກາດ ຈະອອກຈາກສະຖານະພາບປະເທດດ້ອຍພັັັດທະນາ ມາຕັ້ງແຕ່ປີ 2020 ແຕ່ ກໍມີຂໍ້ອ້າງວ່າ ຍ້ອນການລະບາດຂອງໂຄວິດ-19. ຕໍ່ມາ ລັດຖະບານລາວຈຶ່ງ ເລື່ອນມາປະກາດໃນປີ 2024 ແຕ່ ກໍບໍ່ສາມາດປະກາດໄດ້, ແລະ ລັດຖະບານ ຈຶ່ງເລື່ອນມາ ປີ 2026. ລັດຖະບານລາວ ໄດ້ລາຍງານວ່າ ຍັງມີຄອບຄົວທຸກຍາກ ເກືອບ 2 ແສນຄອບຄົວ ຄິດເປັນເບີເຊັນ ປະມານ 14.% ແລະ ຈະຍົກເອົາບັນຫາ ການຫຼຸດຜ່ອນຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ ໃນປີ 2027 ຫາ 2030 ນີ້. ນັກວິຊາການ ທາງດ້ານເສດຖະກິດລາວ ເຫັນວ່າ ມັນບໍ່ງ່າຍ ທີ່ຈະປະກາດພາຍໃນປີ 2026. ການຫຼຸດຜ່ອນຄວາມທຸກຍາກ ພັດທະນາຊົນນະບົດ ມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກຳ ກັບສ້າງອາຊີບ ມັນມີຫຼາຍປັດຈັຍ ຫຼາຍແນວ ມັນບໍ່ງ່າຍ, GDP ເພິ່ມຂຶ້ນ ສ່ວນຫຼາຍຈະເປັນການລົງທຶນຂະໜາດໃຫຍ່ ແຕ່ມັນບໍ່ສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນປານໃດ ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າ ເປັນໄປໄດ້ຍາກ ທີ່ຈະໃຫ້ປະເທດລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 ນີ້. ສະພາບແວດລ້ອມ ໃນການພັດທະນາຫັ້ນກະ ບໍ່ມີຄວາມຄືບໜ້າ ມັນກະຫຼາຍສາເຫດ ດຽວນີ້ວັດຖຸ ສິ່ງຂອງ ຊິພັດທະນາຫັ້ນບໍ່ມີ ມັນບໍ່ໝັ່ນຄົງ ຜົນການລາຍງານຂອງລັດຖະບານລາວ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ເລື່ອງ ການຫຼຸດຜ່ອນຄວາມທຸກຍາກ ຍັງບໍ່ສອດຄ້ອງ ແລະສວນທາງ ກັບແຜນການພັດທະນາປະເທດ ທີ່ຈະເຮັດໃຫ້ປະເທດລາວ ຫຼຸດອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້

Download metadata bundle
8 Jul 2026, 14:59 GMT By ອຸ່ນແກ້ວ ສຸກສະຫວັນ

ຊາວລາວບາງສ່ວນ ຢາກໃຫ້ພາກລັດສືບສວນ ລົງໂທດ ການສໍ້ລາດບັງຫຼວງອີກຢ່າງຕໍ່ເນື່ອງ ໂດຍສະເພາະ ຜູ້ທີ່ກ່ຽວຂ້ອງໃນການສໍ້ລາດບັງຫຼວງ ລັດວິສາຫະກິດໄຟຟ້າລາວ ທີ່ເຊື່ອວ່າ ບໍ່ເເມ່ນມີ ແຕ່ 5 ຄົນ ທີ່ຖຶກດໍາເນີນຄະດີ ເພາະລັດ ວິສາຫະກິດໄຟຟ້າລາວ ຍັງຕິດໜີ້ສິນປະມານ 4 ພັນ ຕື້ໂດລາສະຫະລັດ. ຜູ້ທີ່ຖືກສານຕັດສິນ ຄະດີສໍ້ລາດບັງຫລວງ ໃນວັນທີ 1 ກໍລະກົດ 2026 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີສໍ້ລາດບັງຫຼວງ 4 ຄະດີ ໂດຍມີຈຳເລີຍລວມ 18 ຄົນ ໃນນີ້ມີຄົນໄທ 1ຄົນ ທັງອະດີດພະນັກງານລັດລະດັບສູງ ແລະ ນັກທຸລະກິດ. ຊາວລາວບາງສ່ວນ ຢາກໃຫ້ພາກລັດສືບສວນ ລົງໂທດ ການສໍ້ລາດບັງຫຼວງເພີ່ມເຕິ່ມຢ່າງຕໍ່ເນື່ອງ ເເລະບໍ່ຄວນເລືອກປະຕິບັດ ໂດຍສະເພາະຜູ້ທີ່ກ່ຽວຂ້ອງກັບ ລັດວິສາຫະກິດໄຟຟ້າລາວ (EDL). ຊາວລາວ ທ່ານ ນຶ່ງ ກ່າວວ່າ: ຄະດີໂຄງການລັດວິສາຫະກິດໄຟຟ້າລາວ ມີຈຳເລີຍ 5 ຄົນ ຄື ທ້າວ ອາພິຊາດ ວັນນະກຸນ (ນັກທຸລະກິດໄທ) ແລະ ອະດີດຜູ້ບໍລິຫານລະດັບສູງ ອີກ 4 ຄົນ ໂດຍມີ ທ້າວ ທອງເພັດ, ທ້າວ ພອນວິໄຊ, ທ້າວ ສາຍສະໜິດ, ທ້າວ ຄຳບົນ ທັງໝົດຖືກຕັດອິດສະຫລະພາບ ຈໍາຄຸກຕະຫລອດຊີວິດ ໃນຂໍ້ຫາສໍ້ໂກງຊັບຂອງລັດ, ສວຍໃຊ້ຖານະຕຳແໜ່ງ, ໃຫ້ ແລະ ຮັບສິນບົນ. ສ່ວນວ່າ ນັກທຸລະກິດໄທ ຕ້ອງໃຊ້ແທນຄ່າເສຍຫາຍລວມກວ່າ 24 ລ້ານໂດລາສະຫະລັດ. ນອກຈາກນັ້ນ ຍັງມີການຕັດສິນໃນອີກ 3 ຄະດີ ຄື ຄະດີສໍ້ລາດບັງຫຼວງຢູ່ກະຊວງການຕ່າງປະເທດ1 ຄົນ, ຄະດີຮັບ-ໃຫ້ສິນບົນ 8 ຄົນ ແລະ ຄະດີສໍ້ໂກງຊັບທະນາຄານສົ່ງເສີມກະສິກຳ 4 ຄົນ ໂດຍມີທັງຜູ້ຖືກຕັດສິນຈຳຄຸກຕະຫຼອດຊີວິດ ແລະ ຈຳຄຸກແຕ່ 2 ຫາ 12 ປີ ພ້ອມມາດຕະການຢຶດຊັບ ແລະ ປັບໃໝຕາມກົດໝາຍ. ອົງການຄວາມໂປ່ງໃສ ສາກົນ ໄດ້ຮາຍງານ ກ່ຽວກັບການສໍ້ລາດບັງຫຼວງໃນປີ 2025 ວ່າ ປະເທດລາວຖືກຈັດອັນດັບ ຍູ່ທີ 109 ຈາກທັງຫມດ 182 ປະເທດ.

Download metadata bundle
7 Jul 2026, 23:32 GMT By ອຸ່ນແກ້ວ ສຸກສະຫວັນ

ໜີ້ສິນສາທາລະນະຂອງ ສປປລາວ ໃນປີ 2026 ຍັງຄົງຢູ່ໃນລະດັບສູງເຖິງປະມານ 14 ຕື້ໂດລາ ອີງຕາມຂໍ້ມູນຈາກສະຖາບັນການເງິນຕ່າງປະເທດ. ລັດຖະບານລາວຕິດໜີ້ 14 ຕື້ໂດລາ ສະເລ່ຍຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ. ຖ້າຄິດສະເລ່ຍໜີ້ສິນໃນຫົວຄົນພົນລະເມືອງລາວ 7 ລ້ານຄົນ ກໍຄື ຄົນລາວຄົນນຶ່ງຈະຕິດໜີ້ຢູ່ ປະມານ 2,000 ໂດລາ ຄິດເປັນເງິນກີບ ກໍປະມານ 40 ລ້ານກີບ ຕໍ່ຄົນ. ໜີ້ສິນປະເທດລາວ 14 ຕື້ໂດລາ ໃນຂະນະທີ່ GDP ຂອງລາວ ທີ່ເປັນມູນຄ່າລວມຍອດຜະລິດຕະພັນພາບໃນ ຫຼື ລາຍຮັບປະຈໍາປີຂອງລາວ ປະມານ 17 ຕື້ໂດລາ ເຊິ່ງໜີ້ສິນກວມເອົາລາຍຮັບປະມານ 80 ເປີເຊັນ. ການທີ່ປະເທດລາວ ຕິດໜີ້ຫຼາຍເກີນໄປ, ຊ່ຽວຊານດ້ານການເງິນຕ່າງປະເທດ ເຄີຍອອກມາເຕືອນລັດຖະບານລາວ ໃນທໍານອງທີ່ວ່າ ມັນມີຄວາມສ່ຽງ ຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງລາວຫຼາຍ ແລະ ເປັນສິ່ງທ້າທາຍຢ່າງຍິ່ງ. ຂະນະທີ່ລາຍຮັບງົບປະມານແຫ່ງລັດ ອິງຕາມແຜນງົບປະມານ ປີ 2025 ທີ່ຜ່ານມາ ສະເລ່ຍຕໍ່ປະຊາກອນລາວ ແມ່ນຕົກຢູ່ປະມານ 10 ລ້ານປາຍກີບຕໍ່ຄົນເທົ່ານັ້ນ. ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ ພິທີເປີດ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 6 ກໍລະກົດ ວ່າ: ມີພາລະໜີ້ສິນສາທາລະນະ ທີ່ຍັງສູງ ລາຍຮັບງົບປະມານພາຍໃນ ໄດ້ນຳໃຊ້ພຽງແຕ່ຊຳລະດອກເບີ້ຍການກູ້ຍືມ ເຫັນວ່າ ມີທ່າອຽງແຜນງົບປະມານມີຄວາມສ່ຽງ. ຢ່າງໃດກໍຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປິດເຜຍວ່າ: ປີ 2026 ນີ້ ລັດຖະບານລາວ ໄດ້ຂຶ້ນແຜນການຊຳລະໜີ້ສິນ ການລົງທຶນຂອງລັດ ຈຳນວນ 1,773 ຕື້ກີບ ແລະ ແຜນປະຈຳປີ 973 ຕື້ກີບ ສ່ວນຫນີ້ສິນຕ່າງປະເທດ ແມ່ນສາມາດ ຊຳລະໄດ້ຕາມສັນຍາ ອັນພົ້ນເດັ່ນ ເອົາລາຍຮັບຢູ່ພາຍໃນມາຊຳລະໜີ້ສິນ ໄດ້ 111 ລ້ານໂດລ່າສະຫະລັດ. ໃຫ້ກວດເບິ່ງໂຕເລກດີບະອຽດ ແລະ ໃຫ້ໃສ່ໂຕເລກມົນ. ນອກຈາກນີ້ ລັດຖະບານລາວ ຍັງສືບຕໍ່ເຈລະຈາກັບເຈົ້າໜີ້ສອງຝ່າຍລາຍໃຫຍ່ ໂດຍສະເພາະປະເທດຈີນ ເພື່ອຂໍເລື່ອນເວລາຊຳລະໜີ້ກູ້ຍືມ. ທາງດ້ານ ທະນາຄານໂລກ ແລະ IMF ຍັງຄົງຈັດໃຫ້ ສປປ ລາວ ຢູ່ໃນພາວະ ມີຄວາມຫຍຸ້ງຍາກດ້ານໜີ້ສິນ ແລະ ເປັນໜີ້ສິນທີ່ບໍ່ຍືນຍົງ.

Download metadata bundle
2 Jul 2026, 14:04 GMT By ອຸ່ນແກ້ວ ສຸກສະຫວັນ

ຊາວບ້ານຢູ່ເມືອງຂວາ ແຂວງຜົ້ງສາລີ ສົງໄສ ກໍລະນີ ປາຕາຍຈຳນວນຫຼາຍ ບໍລິເວນໜ້າເຂື່ອນ ແລະກ້ອງເຂື່ອນໄຟຟ້ານ້ຳອູ 4 ອາດມີສານເຄມີບາງຢ່າງ ເກິດການຮັ່ວໄຫຼໃສ່ແມ່ນ້ຳ. ປາຕາຍໜ້າເຂື່ອນນໍ້າອູ4 ໃນເດືອນ ມິຖຸນາ 2026 ນອກຈາກນີ້ ພາຍໃນເຂດເມືອງຂວາ ກໍບໍ່ໄດ້ມີໂຮງຈັກ ໂຮງງານຂະໜາດໃຫຍ່ ທີ່ເປັນອັນຕະລາຍ ຫຼື ມີການປ່ອຍນ້ຳເປື້ອນລົງສູ່ແມ່ນ້ຳອູ ຊາວບ້ານຈຶ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ກວດຫາສາເຫດຢ່າງລະອຽດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊາວບ້ານໃນພື້ນທີ່ໃນໄລຍະຍາວ. ຊາວບ້ານ ເມືອງຂວາ ແຂວງຜົ້ງສາລີ: ຫາກໍມີວັນທີ 20 ປາຍນີ້ແຫຼະ ຍ້ານຂະເຈົ້າຢູ່ເຂື່ອນຫັ້ນນ່າເນາະ ຂະເຈົ້າໃສ່ຢາແມ່ນຫຍັງບໍ່ຮູ້ແຫຼະເນາະ, ບໍ່ມີໂຮງງານ ຢູ່ໃນເຂື່ອນນີ້ແຫຼະ ເຂື່ອນຢູ່ເໜືອນີ້ ຂຶ້ນເມືອ 4 ກິໂລແມັດເນາະ ເພິ່ນໃສ່ຢາອີ່ຫຍັງຢູ່ເຂື່ອນນີ້ນ່າ ຕະກ່ອນກະບໍ່ເຄີຍມີແບບນີ້ຫັ້ນນ່າ. ກ່ຽວກັບເລື່ອງນີ້ ພະແນກກະສິກຳ ແລະສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ລົງເກັບໂຕຢ່າງປາຕາຍ ແລະນ້ຳ ເພື່ອໄປກວດຫາສາເຫດ ແຕ່ຍັງບໍ່ມີການສະຫຼຸບຜົນເທື່ອ. ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຜົ້ງສາລີ ກໍຍັ່ງຍືນອີກວ່າ ເບື້ອງຕົ້ນ ບໍ່ພົບເຫັນໂຮງງານໃດໆ ທີ່ເປັນອັນຕະລາຍ ທີ່ຈະເຮັດໃຫ້ສັດນ້ຳຕາຍເປັນຈຳນວນຫຼາຍໄດ້ ມີແຕ່ເຂື່ອນໄຟຟ້ານ້ຳອູ 4 ທີ່ຕັ້ງຢູ່ໃນເຂດດັ່ງກ່າວ. ເຈົ້າໜ້າທີ່ພະແນກກະສິກຳແລະສິ່ງແວດລ້ອມ ແຂວງຜົ້ງສາລີ ກ່າວວ່າ: ຍັງບໍ່ມີຜົນສະຫຼຸບ ກະບໍ່ແນ່ໃຈວ່າຍ້ອນສາເຫດຫຍັງ ຂະເຈົ້າຫຍັງເອົາໄປວິໄຈເບິ່ງ, ໂຮງງານນີ້ບໍ່ມີແລ້ວ ກະມີແຕ່ເຂື່ອນໄຟຟ້ານີ້. ປາທີ່ຕາຍໃນເຂດເຂື່ອນໄຟຟ້ານ້ຳອູ 4 ສ່ວນຫຼາຍ ຈະແມ່ນ ປາປາກຫົວນ້ອຍ, ປາປາກຫົວໃຫ່ຍ, ປາໂຈກ, ປາອີໄທ, ປາຄໍ່, ປາສະໂຖ ແລະ ກຸ້ງ ຟູຂຶ້ນມາເທິງໜ້ານໍ້າເປັນຈໍານວນຫຼາຍ. ພາຍຫຼັງເກີດເຫດປາຕາຍຈຳນວນຫຼາຍ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຂວາ ກໍໄດ້ປະກາດ ແຈ້ງເຕືອນປະຊາຊົນຢ່າງຮີບດ່ວນ ກ່ຽວກັບ ການຫ້າມບໍລິໂພກ ປາ, ປູ, ກຸ້ງ, ຫອຍ ຕາມກ້ອງເຂື່ອນນ້ຳອູ 4 ລົງຮອດບ້ານສົບອັດ ເມືອງຂວາ ແຂວງຜົ້ງສາລີ ຈົນກວ່າຈະມີປະກາດຍົກເລີກ.

Download metadata bundle