US Agency for Global Media

News and Information from Around the World

← Back to Direct feed
Download metadata bundle

ຍັງພົບຂາຍສິນຄ້າເກີນລາຄາທາງການກໍານົດ

10 Aug 2026, 22:23 GMT By ອຸ່ນແກ້ວ ສຸກສະຫວັນ
ຍັງພົບຂາຍສິນຄ້າເກີນລາຄາທາງການກໍານົດ
ປານິນ ແລະ ໄກ່ປອກຢູ່ຕະຫລາດນະຄອນຫລວງວຽງຈັນ ໃນເດືອນກໍລະກົດ 2026
Credit: ອຸ່ນແກ້ວ ສຸກສະຫວັນ

ລາຄາສິນຄ້າບາງລາຍການ ທີ່ທາງການກຳນົດ ຍູ່ຕະຫຼາດລາວ ຍັງສວນທາງ ກັບລາຄາຂາຍໂຕຈິງ ໂດຍມີລາຄາສູງກວ່າທີ່ກຳນົດ. ໃນຕະຫຼາດລາວ ຍັງພົບວ່າສິນຄ້າບາງປະເພດ ມີການຕິດປ້າຍລາຄາຕາມທີ່ທາງການກຳນົດ ເເຕ່ລາຄາຂາຍໂຕຈິງກັບສູງກວ່າ. ໃນຕະຫຼາດລາວ ຍັງພົບວ່າສິນຄ້າບາງປະເພດ ມີການຕິດປ້າຍລາຄາຕາມທີ່ທາງການກຳນົດ ເເຕ່ລາຄາຂາຍໂຕຈິງກັບສູງກວ່າ. ເຊັ່ນ ປານິນ ທີ່ລາຄາກຳນົດ 45,000 ກີບຕໍ່ກິໂລກຼາມ ແຕ່ບາງຮ້ານຂາຍສູງເຖິງ 60,000 ກີບຕໍ່ກິໂລກຼາມ. ເປັດປອກ ທີ່ລາຄາກຳນົດ 95,000 ກີບຕໍ່ກິໂລກຼາມ ບາງຮ້ານກໍ່ຈຳໜ່າຍໃນລາຄາ 100,000 ກີບຕໍ່ກິໂລກຼາມ. ເເລະຊີ້ນໝູລາດ ກໍຂາຍເກີນລາຄາກຳນົດ 88,000 ກີບຕໍ່ກິໂລກຼາມກໍ່ມີ. ນອກຈາກນີ້ ຊາວບ້ານ ທ່ານດັ່ງກ່າວ ຍັງລະບຸວ່າ ລາຄາສິນຄ້າໃນແຕ່ລະຕະຫຼາດພາຍໃນນະຄອນຫຼວງວຽງຈັນ ຈະເເຕກຕ່າງກັນ ແລະ ທາງການຍັງບໍ່ສາມາດກຳນົດ ໃຫ້ເປັນມາດຕະຖານດຽວກັນໄດ້. ມີພຽງເເຕ່ເເຈ້ງການໃຫ້ບັນດາຊາວຄ້າຂາຍຕິດປ້າຍໃຫ້ຈະເເຈ້ງເທ່ານັ້ນ ເເຕ່ລາຄາສິນຄ້າບາງປະເພດຍັງສວນທາງກັນຢູ່. ສະພາບດັ່ງກ່າວ ຍັງສ້າງຂໍ້ສົງໄສໃຫ້ແກ່ຜູ້ບໍລິໂພກວ່າ ເຫດໃດທາງການຈຶ່ງຍັງບໍ່ສາມາດຄວບຄຸມລາຄາໄດ້ ໃນຂະນະທີ່ສິນຄ້າເກືອບທຸກປະເພດຍັງປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນ. ຢ່າງໃດກໍ່ຕາມ ລາວຍັງມີອັດຕາເງິນເຟີ້ 7,6% ອີງຕາມສູນສະຖິຕິແຫ່ງຊາດ ປະຈຳເດືອນກໍລະກົດ 2026 ສະທ້ອນວ່າ ຄ່າຄອງຊີບ ແລະ ລາຄາສິນຄ້າ ຍັງສູງ.