US Agency for Global Media

News and Information from Around the World

← Back to Direct feed
Download metadata bundle

70,000 ຄະດີ ຍັງຄ້າງສາງ ບໍ່ຖືກປະຕິບັດ ປະຊາຊົນບໍ່ເຊື່ອໝັ້ນສານລາວ

25 Apr 2026, 12:29 GMT By ອຸ່ນແກ້ວ ສຸກສະຫວັນ
70,000 ຄະດີ ຍັງຄ້າງສາງ ບໍ່ຖືກປະຕິບັດ ປະຊາຊົນບໍ່ເຊື່ອໝັ້ນສານລາວ
ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ຢຢູ່ໃນກອງປະຊຸມສະພາເດືອນ ມີນາ 2026
Credit: ອຸ່ນແກ້ວ ສຸກສະຫວັນ

ປະເທດລາວ ມີປະມານ 70,000 ຄະດີ ທີ່ສານຍັງບໍ່ທັນໄດ້ຕັດສິນ ສ່ວນປະຊາຊົນ ກໍບໍ່ມີິຄວາມເຊື່ອໝັ້ນຕໍ່ລະບົບຂະບວນການຍຸຕິທໍາລາວ. ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ. ນັກກົດໝາຍ ທ່ານ ໄດ້ກ່າວຕໍ່ເອເຊັຽເສລີລວ່າ: ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ. ເຈົ້າໜ້າທີ່ສານ ມັກຈະເກັບສໍານວນຄະດີໃສ່ລິ້ນຊັກເອົາໄວ້ ເຮັດໃຫ້ຄະດີແກ່ຍາວ ເພື່ີອໃຫ້ໂຈດ ຫຼື ຈໍາເລີຍ ມາຈ່າຍເງິນໃຫ້ ແລ້ວ ກໍມີການອຸທອນຕໍ່ໆກັນໄປ ເຮັດໃຫ້ຄະດີແກ່ຍາວ ຊຶ່ງບາງກໍລະນີ ຄູ່ກໍລະນີ ຈົນເສຍຊີວິດໄປ ກໍມີ ອີງຕາມຂໍ້ມູນຈາກນັກກົດໝາຍທ່ານນີ້. ຜູ້ຖືກໂທດປະຫານຊີວິດຄະດີຄ້າຢາເສບຕິດ ຖືກກັກຂັງຢູ່ປະມານ 10-15 ປີ ແລ້ວ ກໍຖືກປ່ອຍໂຕອອກ ຫຼັງຈາກທີ່ເຫດການມິດມຽບໄປ. ເອເຊັຍເສລີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ທາງການລາວທ່ານນຶ່ງ ເພືຶ່ອຖາມຄໍາເຫັນກ່ຽວກັບເລື່ອງນີ້, ແຕ່ ເຈົ້າໜ້າທີ່ທ່ານນີ້ ບໍ່ໄດ້ຕອບໂດຍກົງ ທ່ານ ແນະນໍາໃຫ້ໄປເບິ່ງ ເອກະສານບົດລາຍງານຂອງລັດຖະບານລາວໄປສະເຫນີຕໍ່ສະພາສິດທິມະນຸດ ສປຊ ໃນປີ 2024 ແລະ 2025 ( ເວັບໄຊທາງການຂອງ UN Human Rights Concil and Treaty Bodies ) ຈະໄດ້ຂໍ້ມູນທັງຫມົດທີ່ຊອກຫາກ່ຽວກັບການປະຕິບັດສິດທິມະນຸດ ແລະ ກົດຫມາຍຢູ່ລາວ. ປະຊາຊົນລາວ ສ່ວນຫຼາຍບໍ່ມີຄວາມເຊື່ອໝັ້ນ ຕໍ່ລະບົບຍຸຕິທໍາຂອງລາວ ຍ້ອນວ່າ ໃນເວລາໄປເຈົ້າໜ້າທີ່ສານ ເຂົາເຈົ້າຕ້ອງໄດ້ເສັຍເງິນກ່ອນ ເຈົ້າໜ້າທີ່ສານຈຶ່ງດໍາເນີນການໃຫ້.